ການນຳສປປ.ເກົາຫຼີ ຮຽກຮ້ອງກອງທັບກຽມພ້ອມການສູ້ຮົບ

ການນຳສປປ.ເກົາຫຼີ ຮຽກຮ້ອງກອງທັບກຽມພ້ອມການສູ້ຮົບ - ảnh 1
(ພາບປະກອບ: KCNA)

(vovworld) – ວັນ​ທີ 23/02, ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ (KCNA) ​ໃຫ້​ຂ່າວ​ວ່າ, ການ​ນຳ​ສປປ.​ເກົາຫຼີ Kim Jong un ​ໄດ້ຮຽກຮ້ອງ​​ກອງທັບກຽມພ້ອມ​ການ​ສູ້​ຮົບ ​ໃນ​ສະພາບ​ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ - ສ.​ເກົາຫຼີ ຄາດ​ວ່າ ຈະ​ດຳ​ເນີນ​ໄປ​ໃນ​ເດືອນ 03, ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ ​ເພີ່ມ​ຂຶ້ນ. ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ເປີດ​ກວ້າງ​ຄະນະ​ພັກ​ການ​ທະຫານສູນ​ກາງ (CMC) ຂອງ​ພັກ​ແຮງ​ງານ​ ສປປ.​ເກົາ​ຫຼີ, ທ່ານ Kim Jong un ຢືນຢັນ​ວ່າ, ກອງທັບ​ປະຊາຊົນ ​ສປປ.​ເກົາຫຼີ (KPA) ຕ້ອງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​​ເມືອງ,   ສະຕິ ​ແລະ ຄູນສົມບັດ​ເພື່ອ​ແທ​ດ​ເໝາະ​ກັບ​ສະພາບຕົວ​ຈິງ. ທ່ານ​ສະ​ເໜີ​ໃຫ້​ກອງທັບ ກຽ​ມພ້​ອມ “​ໃຫ້​ທຸກ​ຮູບ​ການ​ສົງຄາມ”, ພ້ອມ​ທັງ​ເນັ້ນ​ໜັກ​​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ຫັນ​ກົງ​ຈັກ​ KPA ເປັນ​ງ່າຍດາຍ ​ເພື່ອ​ແນ​ໃສ່​ປະຕິບັດ​ຄາດໝາຍ​ຍຸດ​ທະ​ສາດ​ຂອງ​ກອງ​ບັນຊາ​ການ​ສູງ​ສຸດ ​​ໃນ​ບໍ່​ວ່າ​ເວລາ​ໃດ.

ຂ່າວ/ບົດ​ອື່ນ