ການນຳໂລກ ຢັ້ງຢືນວ່າທຸກຄວາມຄືບໜ້າໃນກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ລ້ວນແຕ່ມີຄວາມສຳຄັນທີ່ສຸດ.

(VOVWORLD) -ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ໄດ້ມີການເລີ່ມຕົ້ນຢ່າງດີງາມ ແລະ ການພົວພັນ ລະຫວ່າງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong-Un ການນຳ ສປປ.ເກົາຫຼີ ເປັນການພົວພັນທີ່ມີປະໂຫຍດ ສຳລັບ ພື້ນຖານການທູດ.
ການນຳໂລກ ຢັ້ງຢືນວ່າທຸກຄວາມຄືບໜ້າໃນກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ລ້ວນແຕ່ມີຄວາມສຳຄັນທີ່ສຸດ. - ảnh 1 ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong-Un ການນຳ ສປປ.ເກົາຫຼີ (ພາບ:TTXVN)

ພາຍຫຼັງສິ້ນສຸດວັນທຳອິດຂອງກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງ ເຊິ່ງພວມດຳເນີນຢູ່ ຮ່າໂນ້ຍ ຫວຽດນາມ, ໃນວັນທີ 27 ກຸມພາ, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີປຸ່ນ ໄດ້ສະແດງຄວາມຫວັງກ່ຽວກັບວິວັດການປອດນິວເຄຼີຍໃນແຫຼມເກົາຫຼີ.

        ໃນຂະນະນັ້ນ,ທ່ານ ຫວາງອີ  ສະມາຊິກຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ເນັ້ນໜັກວ່າ: ປັກກິ່ງລໍຄອຍບັນດາບາດກ້າວສຳຄັນກ່ຽວກັບການປອດນິວເຄຼີຍ ແລະ ສ້າງກົນໄກສັນຕິພາບໃນແຫຼມເກົາຫຼີໃນກອງປະຊຸມຄັ້ງນີ້ຂອງການນຳ ສປປ.ເກົາຫຼີ ແລະ ອາເມລິກາ. ທ່ານຍັງຢັ້ງຢືນວ່າມີພຽງແຕ່ການສົນທະນາເຈລະຈາຈຶ່ງສາມາດແກ້ໄຂບັນຫາດັ່ງກ່າວໄດ້. ທ່ານຍັງເນັ້ນໜັກວ່າ ຈີນ ຈະສືບຕໍ່ຮັກສາບົດບາດຮັກສາສັນຕິພາບ, ຄວາມສະຖຽນລະພາບ, ຊຸກຍູ້ການເຈລະຈາສັນຕິພາບ ແລະ ສົນທະນາ, ປະກອບສ່ວນເຂົ້າໃນສະຖຽນລະພາບທີ່ຍາວນານໃນແຫຼມເກົາຫຼີ.

        ກໍ່ໃນວັນທີ 27 ກຸມພາ, ທ່ານ Bill Richardson  ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ ມີທັດສະນະວ່າມາຮອດເຖິງປັດຈຸບັນ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2 ໄດ້ມີການເລີ່ມຕົ້ນຢ່າງດີງາມ ແລະ ການພົວພັນ ລະຫວ່າງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong-Un ການນຳ ສປປ.ເກົາຫຼີ ເປັນການພົວພັນທີ່ມີປະໂຫຍດ ສຳລັບ ພື້ນຖານການທູດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ