ຫາງສຽງຕັ້ງຄວາມຫວັງຕໍ່ໝາກຜົນຕັ້ງໜ້າຂອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຕັ້ງຄວາມຫວັງວ່າ ການພົບປະຄັ້ງນີ້ ຈະບັນລຸໝາກຜົນຕັ້ງໜ້າ.
ຫາງສຽງຕັ້ງຄວາມຫວັງຕໍ່ໝາກຜົນຕັ້ງໜ້າຂອງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ	 - ảnh 1 ທີ່ສູນສື່ມວນຊົນສາກົນ 

        ຄາດວ່າບັນດາການເຄື່ອນໄຫວສໍາຄັນທີ່ສຸດທີ່ເປັນຈຸດສຸມໃນການ ເຈລະຈາກ່ຽວກັບສັນຕິພາບໃນແຫຼມເກົາຫຼີ ລ້ວນແຕ່ຖືກດໍາເນີນໃນວັນທີ 28 ກຸມພາ. ກ່ອນເວລາດໍາເນີນກອງປະຊຸມ, ຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ຕັ້ງຄວາມຫວັງວ່າ ການພົບປະຄັ້ງນີ້ ຈະບັນລຸໝາກຜົນຕັ້ງໜ້າ. ເມື່ອຕອບສໍາພາດຕໍ່ສື່ມວນຊົນ ໃນວັນທີ 27 ກຸມພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        “ປະຊາຄົມສາກົນ ກໍຄື ຂ້າພະເຈ້ົາ ເອງ, ລ້ວນແຕ່ປາດຖະໜາວ່າ ກອງປະຊຸມດັ່ງກ່າວ ຈະປະສົບຜົນສໍາເລັດ, ມຸ່ງໄປສູ່ເປົ້າໝາຍສ້າງສະຖຽນລະພາບ, ສັນຕິພາບ, ວັດທະນາຖາວອນ ໃນແຫຼມເກົາຫຼີ ແລະ ສ້າງແຫຼມເກົາຫຼີ ປອດນິວເຄຼຍ”.

        ທ່ານ ຫວາງຈີນເຊີງ ຫົວໜ້າຫ້ອງການຄົ້ນຄວ້າຍຸດທະສາດບ້ານໃກ້ເຮືອນຄຽງ ແລະ ທົ່ວໂລກ ຂຶ້ນກັບສະຖາບັນວິທະຍາສາດສັງຄົມ ຈີນ, ແບ່ງປັນວ່າ:

        “ຂ້າພະເຈົ້າເຊື່ອໝັ້ນຕໍ່ກອງປະຊຸມຄັ້ງນີ້. ອາເມລິກາ ຫຼື ສປປ.ເກົາຫຼີ ຕ່າງກໍມີຄວາມປາດຖະໜາຢາກບັນລຸໄດ້ບາດກ້າວບຸກທະລຸໃນກອງປະຊຸມສຸດຍອດຄັ້ງທີ 2. ຈາກແງ່ມູມຂອງ ສປປ.ເກົາຫຼີ, ນອກຈາກບັນດາປັດໄຈພາຍໃນປະເທດໃນປັດຈຸບັນແລ້ວ, ສປປ.ເກົາຫຼີ ຍັງຕ້ອງການມີສະພາບແວດລ້ອມສາກົນສັນຕິພາບອີກດ້ວຍ. ເພື່ອມີສະພາບແວດລ້ອມສາກົນສັນຕິພາບນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ, ສປປ.ເກົາຫຼີ ຄວນຕ້ອງປັບປຸງການພົວພັນກັບ ອາເມລິກາ. ຈາກແງ່ມູມຂອງ ອາເມລິກາ, ແນ່ນອນວ່າ ທ່ານປະທານາທິບໍດີ Donald Trump ກໍຄວນແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີ ໂດຍໄວ”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ