ການບໍ​ລິ​ການແທັກ​ຊີ ໄຟ​ຟ້າ ​ຂຽວ SM ຂອງ ຫວຽດ​ນາມ ໄດ້​ເປີດ​ບໍ​ລິ​ການ​ຢູ່​ຕະຫຼາດ ລາວ ຢ່າງ​ເປັນ​ທາງ​ການ

(VOVWORLD) - ວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ເຄື່ອງໝາຍລົດແທັກຊີໄຟຟ້າ ຂຽວ ຂອງ ຫວຽດນາມ ຂຽວ SM ໄດ້ ເປີດບໍລິການຢ່າງເປັນທາງການ. ນີ້ແມ່ນຕະຫຼາດຕ່າງປະເທດທຳອິດໃນແຜນການສູ້ຊົນກາຍເປັນບໍລິສັດສະໜອງການບໍລິການຂົນສົ່ງດ້ວຍລົດໄຟຟ້າທີ່ມີຂອບເຂດສາກົນຂອງບໍລິສັດຫຸ້ນສ່ວນເຄື່ອນທີ່ ສີຂຽວ ແລະ ອັດສະລິຍະ GSM.
ການບໍ​ລິ​ການແທັກ​ຊີ ໄຟ​ຟ້າ ​ຂຽວ SM ຂອງ ຫວຽດ​ນາມ ໄດ້​ເປີດ​ບໍ​ລິ​ການ​ຢູ່​ຕະຫຼາດ ລາວ ຢ່າງ​ເປັນ​ທາງ​ການ - ảnh 1ພິທີເປີດບໍລິການຢ່າງເປັນທາງການ (ພາບ: VOV)

ໃນໄລຍະທຳອິດ, ການບໍລິການແທັກຊີໄຟຟ້າ ຂຽວ SM ຈະເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ດ້ວຍລົດໄຟຟ້າ VinFast VF 5 Plus 150 ຄັນ. ຫຼັງຈາກນັ້ນ, ທາງບໍລິສັດ ຈະເປີດກວ້າງການເຄື່ອນໄຫວໄປຍັງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ບັນດາແຂວງ, ນະຄອນອື່ນຂອງລາວ, ດ້ວຍຈຳນວນລົດຄາດຄະເນຂຶ້ນເຖິງ 1.000 ຄັນ. ຕາມ GSM ແລ້ວ, ນັບແຕ່ວັນທີ 9 ພະຈິກ, ປະຊາຊົນນະຄອນຫຼວງ ວຽງຈັນ ແລະ ແຂກທ່ອງທ່ຽວສາກົນເມື່ອມາຢາມ ລາວ ສາມາດຈອງລົດແທັກຊີ ຂຽວ SM ຜ່ານແອັບຟຣີເຄຊັນ ຂຽວ SM Laos ຫຼືສາມາດເຊົ່າລົດໂດຍກົງຢູ່ຕາມທາງກໍໄດ້.  ໄປຄຽງຄູ່ກັບການສະໜອງການບໍລິການຂົນສົ່ງທີ່ມີຄຸນນະພາບສູງ, GSM ຍັງມຸ່ງໄປເຖິງເປົ້າໝາຍໃຫ້ປະຊາຊົນລາວໄດ້ສຳຜັດກັບລົດໄຟຟ້າຢ່າງທົ່ວເຖິງ ຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ເຊົ່າລົດແບບຄົບວົງຈອນ, ເຊົ່າລົດທ່ອງທ່ຽວ,…. ນຳມາເຊິ່ງມາດຕະການຮອບດ້ານ, ຊຸກຍູ້ທ່າອ່ຽງເຄື່ອນທີ່ດ້ວຍລົດໄຟຟ້າໃຫ້ປະຊາຊົນແຕ່ລະຄົນ. ຢູ່ລາວ, ລັດຖະບານ ໄດ້ວາງຄາດໝາຍຮອດປີ 2030, 30% ຍານພາຫະນະທັງໝົດທີ່ນຳໃຊ້ຢູ່ລາວ ຈະເປັນລົດໄຟຟ້າ.

ນັກຂ່າວ VOV ປະຈຳ ລາວ

 

ຕອບກັບ

ຂ່າວ/ບົດ​ອື່ນ