ການປະກອບສ່ວນຂອງພາກພື້ນ ອາຊີ - ປາຊີຟິກ ເຂົ້າໃນ GDP ທົ່ວໂລກ ນັບມື້ນັບເພີ່ມຂຶ້ນ

(VOVWORLD) - ວັນທີ 10 ກັນຍາ, ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດບົດລາຍງານ,

ໃນນັ້ນ ຕີລາຄາອັດຕາການປະກອບສ່ວນຂອງພາກພື້ນ ອາຊີ - ປາຊີຟິກ ເຂົ້າຍອດຈຳນວນຜະລິດຕະພັນພາຍໃນ (GDP) ທົ່ວໂລກພວມສືບຕໍ່ເພີ່ມຂຶ້ນເຖິງ 42,6% ໃນປີ 2017, ເພີ່ມແຕ່ລະດັບ 30,1% ປີ 2000. ຕາມບົດລາຍງານຂອງ ADB ແລ້ວ, ກຳລັງແຮງງານຢູ່ພາກພື້ນ ອາຊີ - ປາຊີຟິກ ພວມຄ່ອຍໆຫັນປ່ຽນທິດຈາກກະສິກຳໄປສູ່ບັນດາຂະແໜງອຸດສາຫະກຳ ແລະ ການບໍລິການ, ໃນຂະນະທີ່ບັນດາພື້ນຖານເສດຖະກິດໃນພາກພື້ນ ສືບຕໍ່ເຂົ້າໃນລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກ້ວາງຂວາງ. ໃນໄລຍະແຕ່ປີ 2002 – 2013, ປະມານ 780 ລ້ານຄົນຢູ່ພາກພື້ນໄດ້ຫລູດພົ້ນອອກຈາກສະພາບຄວາມທຸກຍາກ. ນອກນັ້ນ, ບົດລາຍງານກໍ່ຊີ້ແຈ້ງວ່າ ພາກພື້ນ ອາຊີ - ປາຊີຟິກ ໄດ້ມີບັນດາການກະທຳມຸ່ງໄປເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນບາງຂົງເຂດສຳຄັນ, ເຊິ່ງລວມມີການສຶກສາ ແລະ ວຽກເຮັດງານທຳ, ພ້ອມກັບເລື່ອງເບິ່ງແຍງດູແລສຸຂະພາບຂອງແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ