ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ: ສຳຫຼວດ ​ວິ​ທີ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

(VOVWORLD) - ຕາມ ທ່ານລີດຶກຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ແລ້ວ, ປັດຈຸບັນ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິດສະລາແອັນ ຍັງປອດໄພຢູ່.
ການ​ປະ​ທະ​ກັນ ອິດ​ສະ​ລາ​ແອັນ - ຮາ​ມາດ: ສຳຫຼວດ ​ວິ​ທີ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ - ảnh 1ນັກຮຽນ ຫວຽດນາມ ຢູ່ ອິດສະລາແອັນ (ພາບ: TTXVN)

ວັນທີ 6 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ຈັດຕັ້ງຄະນະປະຕິບັດງານສຳຫຼວດ ສະພາບການຕົວຈິງ ເພື່ອແນໃສ່ຮັບປະກັນໃຫ້ແກ່ວຽກງານອົບພະຍົບພົນລະເມືອງ ຫວຽດນາມ ອອກຈາກບໍລິເວນ ທີ່ມີກໍລະນີການປະທະກັນແຜ່ລາມອອກສູ່ວົງກ້ວາງ.

ກຸ່ມສຳຫຼວດກວດກາ ໄດ້ຊອກຫາບັນດາເສັ້ນທາງເຄື່ອນຍ້າຍ, ວິທີການຈ້າງລົດ ຫຼື ລະດົມພາຫະນະ, ສະຖານທີ່ພັກອາໄສ, ປະຕິບັດລະບຽບການເຂົ້າອອກເມືອງທີ່ກ່ຽວຂ້ອງ… ເພື່ອຮັບໃຊ້ການໜູນຊ່ວຍໃຫ້ແກ່ພົນລະເມືອງ ຫວຽດນາມ ສາມາດເດີນທາງດ້ວຍທາງບົກໄປຍັງດ່ານຊາຍແດນຕິດກັບ ຈໍແດນ. ຈາກນັ້ນ, ພໍ່ແມ່ປະຊາຊົນ ອາດຈະ ສືບຕໍ່ບັນດາການເດີນທາງທີ່ເໝາະສົມເພື່ອກັບເມືອ ຫວຽດນາມ ຫຼື ໄປຍັງປະເທດທີ 3. ນີ້ແມ່ນໜຶ່ງໃນຫຼາຍວິທີການທີ່ໄດ້ວາງອອກໃນກໍລະນີການປະທະກັນມີຄວາມເຄັ່ງຕຶງກ່ວາອີກ.

ຕາມ ທ່ານລີດຶກຈຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອັນ ແລ້ວ, ປັດຈຸບັນ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອິດສະລາແອັນ ຍັງປອດໄພຢູ່. ທາງສະຖານທູດ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ