ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອນ​ຢູ່ ມຽນ​ມາ ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ 4 ແລະ ຍັງສືບ​ຕໍ່​ຂະ​ຫຍາຍ​ອອກ​ເປັ​ນ​ວົງ​ກວ້າງ

(VOVWORLD) - ການປະທະກັນພວມສືບຕໍ່ດຳເນີນຢ່າງດຸເດືອດ. ປັດຈຸບັນ, ພວກກະບົດລຸກຮື້ຂຶ້ນ ພວມຍາດສິດຄວບຄຸມຢູ່ຫຼາຍ ເຂດທີ່ແຕກຕ່າງກັນ ໃນຂະນະທີ່ກຳລັງທະຫານ ມຽນມາ ຈຳເປັນຕ້ອງຍົກຍ້າຍໄປບ່ອນປອດໄພ ເພື່ອຮັບປະກັນໃຫ້ກຳລັງຂອງຕົນ.
ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອນ​ຢູ່ ມຽນ​ມາ ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ 4 ແລະ ຍັງສືບ​ຕໍ່​ຂະ​ຫຍາຍ​ອອກ​ເປັ​ນ​ວົງ​ກວ້າງ - ảnh 1ສະມາຊິກພວກກະບົດກອງທັບປົດປ່ອຍແຫ່ງຊາດ Ta'ang (TNLA) ຍາມຢູ່ເທດສະບານເມືອງ  Namhkam, ລັດ Shan, ມຽນມາ ໃນວັນທີ 9/11 (ພາບ:AFP)

ການປະທະກັນລະຫວ່າງກອບທັບ ມຽນມາ ແລະ ພວກກະບົດລຸກຮື້ຂຶ້ນ ໄດ້ກ້າວເຂົ້າສູ່ອາທິດທີ 4 ແລະ ຍັງສືບຕໍ່ຂະຫຍາຍອອກເປັນວົງກວ້າງ. ທ່ານ Zaw Min Tun ໂຄສົກອຳນາດການປົກຄອງການທະຫານ ມຽນມາ ໄດ້ເຜີຍໃຫ້ຮູ້ວ່າ ວັນທີ 21 ພະຈິກ, ພວກກະບົດລຸກຮື້ຂຶ້ນ ໄດ້ພ້ອມກັນບຸກໂຈມຕີເຂົ້າຮາກຖານແຫ່ງຊາດ ໂດຍກອງທັບ ມຽນມາ ຄວບຄຸມ, ໃນນັ້ນ ມີຄ້າຍກັກຂັງ Loikaw ຢູ່ ລັດ Kayah ແລະ ສະໜາມບິນຢູ່ເຂດ Sagaing.

        ກ່ອນໜ້ານັ້ນ, ໃນວັນທີ 27 ຕຸລາ, ສຳພັນທະມິດ ທີ່ລວມມີ 3 ກຸ່ມ ກອງທັບປົດປ່ອຍແຫ່ງຊາດ Ta’ang (TNLA), ກອງທັບ Arakan (AA) ແລະ ກອງທັບສຳພັນປະຊາທິປະໄຕແຫ່ງຊາດ ມຽນມາ (MNDAA) ໄດ້ດຳເນີນບັນດາບັ້ນບຸກໂຈມຕີລວມສູນເຂົ້າສະຖານທີ່ຕ່າງໆໂດຍອຳນາດການປົກຄອງການທະຫານ ຄວບຄຸມ ຢູ່ລັດ  Shan, ທາງພາກເໜືອ ມຽນມາ. ຫົວໜ້າກຸ່ມກຳລັງປ້ອງກັນຕົວເຜົ່າ Karenni (KNDF) ທ່ານ Khun Bedu ໃຫ້ຮູ້ວ່າ ການປະທະກັນພວມສືບຕໍ່ດຳເນີນຢ່າງດຸເດືອດ. ປັດຈຸບັນ, ພວກກະບົດລຸກຮື້ຂຶ້ນ ພວມຍາດສິດຄວບຄຸມຢູ່ຫຼາຍ ເຂດທີ່ແຕກຕ່າງກັນ ໃນຂະນະທີ່ກຳລັງທະຫານ ມຽນມາ ຈຳເປັນຕ້ອງຍົກຍ້າຍໄປບ່ອນປອດໄພ ເພື່ອຮັບປະກັນໃຫ້ກຳລັງຂອງຕົນ.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ