ການ​ປະ​ທະ​ກັນ​ລະ​ຫວ່າງ ​ຮາ​ມາ​ສ-ອິດ​ສະ​ຣາ​ແອັນ ມີ​ການ​ຜັນ​ແປ​ທີ່​ສັບ​ສົນ

(VOVWORLD) - ມີຊາວ ປາແລັດສະຕິນ 7  ຄົນເສຍຊີວິດ ໃນບັ້ນບຸກໂຈມຕີ 2 ຄັ້ງເຂົ້າໃນນະຄອນ ກາຊາ ແລະ ເຮັດໃຫ້ອີກ 6 ຄົນຖືກເສຍຊີວິດຢູ່ Bureij ແລະ Nuseirat ຊື່ງເປັນ 2 ໃນຈຳນວນ ຄ້າຍລີ້ໄພ 8 ແຫ່ງຢູ່ເຂດ ກາຊາ.
ການ​ປະ​ທະ​ກັນ​ລະ​ຫວ່າງ ​ຮາ​ມາ​ສ-ອິດ​ສະ​ຣາ​ແອັນ ມີ​ການ​ຜັນ​ແປ​ທີ່​ສັບ​ສົນ - ảnh 1

(ພາບ: THX/TTXVN)

   ວັນທີ 2 ກັນຍາ, ບັນດາເຈົ້າໜ້າທີ່ ປາແລັດສະຕິນ ໃຫ້ຮູ້ວ່າ, ບັນດາກຳລັງ ອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 48 ຄົນເສຍຊີວິດ ໃນຮອບເວລາ 24 ຊົ່ວໂມງຜ່ານມາ ໃນທົ່ວເຂດດິນແດນ ກາຊາ ຂະນະທີ່ທະຫານ ອິດສະຣາແອັນ ໄດ້ຕໍ່ສູ້ກັບບັນດານັກຮົບຂອງຂະບວນການອິດຊະລາມ ຮາມາສ.

    ຕາມບັນດາເຈົ້າໜ້າທີ່ ປາແລັດສະຕິນ, ມີຊາວ ປາແລັດສະຕິນ 7  ຄົນເສຍຊີວິດ ໃນບັ້ນບຸກໂຈມຕີ 2 ຄັ້ງເຂົ້າໃນນະຄອນ ກາຊາ ແລະ ເຮັດໃຫ້ອີກ 6 ຄົນຖືກເສຍຊີວິດຢູ່ Bureij ແລະ Nuseirat ຊື່ງເປັນ 2 ໃນຈຳນວນ ຄ້າຍລີ້ໄພ 8 ແຫ່ງຢູ່ເຂດ ກາຊາ. ກ່ອນໜ້ານັ້ນ  ວົງການການແພດຢູ່ ກາຊາ ໃຫ້ຮູ້ວ່າ: ໃນວັນທີ 1 ກັນຍາ, ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດເມື່ອ ອິດສະຣາແອັນ ໄດ້ບຸກໂຈມຕີທາງອາກາດໃສ່ໂຮງຮຽນ Safad, ຊື່ງປະຈຸບັນແມ່ນບ່ອນລີ້ໄພຂອງຊາວ ປາແລັດສະຕິນ ຫຼາຍຄົນ.

   ໃນການຜັນແປອື່ນ, ຕອນຄ່ຳວັນທີ 1 ກັນຍາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ: ເຮືອບິນສູ້ຮົບຂອງປະເທດນີ້ ໄດ້ບຸກໂຈມຕີຢ່າງໜ້ອຍສຸດຖານຍິງລູກສອນໄຟ ແລະ ສະຖານີສັງເກດແຫ່ງ 1 ຂອງຂະບວນການ ເຮັກໂບລາ ຢູ່ເຂດພາກໃຕ້ ລີບັງ ເມື່ອເຫັນວ່າ ມັນໄດ້ນາບຂູ່ເຖິງສາມັນຊົນ ອິສະຣາແອັນ.

  ກ່ອນການບຸກໂຈມຕີທາງອາກາດນີ້, ທະຫານ ອິດສະຣາແອັນ ກໍ່ໄດ້ບຸກໂຈມຕີຕຶກອາຄານແຫ່ງໜຶ່ງຂອງ ເຮັກໂບລາ ຢູ່ເຂດ Markaba ແລະ ຍິງທຳລາຍຕຶກອາຄານ, ຖານທີ່ໝັ້ນຫຼາຍຫຼັງ ຂອງກຸ່ມປະກອບອາວຸດ ລີບັງ ຢູ່ບັນດາເຂດ Yaroun, Ayta ash-Shab, Hanine, Tayr Harfa ແລະ Blida.

ຕອບກັບ

ຂ່າວ/ບົດ​ອື່ນ