ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ລາວ

(VOVWORLD) -ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ.
ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ລາວ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: VOV)

  ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນເຊົ້າວັນທີ 8 ມັງກອນ, ຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8 ມັງກອນ ຫາວັນທີ 10 ມັງກອນ 2022, ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຂອງຕ່າງປະເທດມາ ຫວຽດນາມ ໃນປີ 2022.

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ລາວ - ảnh 2 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ  (ພາບ: VOV)
    ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເຫັນດີນຳກັນວ່າ ສອງປະເທດຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນເພື່ອຮັບປະກັນການຮັກສາເອກະລາດ, ເປັນເຈົ້າຕົນເອງ, ໂດຍສະເພາະແມ່ນການເປັນເຈົ້າຕົນເອງໃນດ້ານເສດຖະກິດ. ສອງຝ່າຍຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມທະວີການສົມທົບ, ລະດົມກຳລັງຈາກຄູ່ຮ່ວມມືສາກົນມາຮັບໃຊ້ກິດຈະການພັດທະນາປະເທດຊາດຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີກໍແຈ້ງໃຫ້ຊາບວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ລ້ານໂດສ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍຍູ້ໄວການເຊື່ອມຕໍ່ໃນຂົງເຂດການຄົມມະນາຄົມຕາມທິດຕາເວັນອອກ - ຕາເວັນຕົກ ແລະ ເຊື່ອມຕໍ່ກັບບັນດາປະເທດ ອາຊຽນ, ພິເສດແມ່ນເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຢັ້ງຢືນ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ ລາວ ນຳໃຊ້ ທ່າກ່ຳປັ່ນຂອງ ຫວຽດນາມ, ພິເສດແມ່ນ ທ່າກ່ຳປັ່ນ ຫວູງອ໊າງ, ຊ່ວຍ ລາວ ເຊື່ອມຕໍ່ອອກສູ່ທະເລ ແລະ ກາຍເປັນສູນ logistic ຂອງພາກພື້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍ ສ້າງກອບນິຕິກຳໃຫ້ມີສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດສອງປະເທດ.

        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍເປັນປະທານຮ່ວມ ພິທີປຸກລະດົມ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022 ແລະ ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ.

ຫວູຄວຽນ

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ