ການພົບປະແລກ ປ່ຽນ“ນັກທຸລະກິດຍິງ ມຸ້ງໄປສູ່ເຂດ ທະເລໝູ່ເກາະ“

ການພົບປະແລກ ປ່ຽນ“ນັກທຸລະກິດຍິງ ມຸ້ງໄປສູ່ເຂດ ທະເລໝູ່ເກາະ“ - ảnh 1

(ພາບປະກອບ:dddn.com.vn)

(vovworld) -  ​ເພື່ອ​ສະ​ເຫຼີ​ມສະຫຼອງ 103 ປີ​ແຫ່ງ​ວັນ​ແມ່ຍິງ​ສາກົນ ຄື​ວັນ​ທີ 8/3, ຕອນ​ເຊົ້າວັນ​ທີ 2/3, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ລາຍການການ​ພົບ​ປະ​ແລກປ່ຽນດ້ວຍ​ຫົວ​ຂໍ້:  “ນັກທຸລະກິດ​ຍິງມຸ້ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກ​າະຂອງ​ປະ​ເທດ​ຊາດ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ​ຫວຽດນາມ ຢັ້ງຢືນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ພັກ ​ແລະ​ ລັດ ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ປະຈຳ, ມີ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ນັກທຸລະກິດ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ມາ​ຮອດ​ປະຈຸ​ບັນ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ຖັນ​ແຖວ​ນັກທຸລະກິດ​ໄດ້​ຮັບ​ການ​ພັດທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ​ນັ້ນມີ​ຖັນ​ແຖວ​ນັກທຸລະກິດ​ຍິງ​ຫວຽດນາມ. ບັນດານັກທຸລະກິດ​ຍິງ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຮັບປະກັນ​ວຽກ​ເຮັດ​ງານ​ທຳ ​ແລະ ຊີວິດ​ສັງຄົມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ເນັ້ນໜັກ​ວ່າ:

   “​ໃນ​ລາຍການ​ມຸ້ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ມື້​ນີ້, ນັກທຸລະກິດ​ຍິງ​ຫຼາຍ​ຄົນກໍ່​ມີ​ບັນດາ​ລາຍການ​ລະອຽດ​ທີ່​ສຸດ, ປະກອບສ່ວນ​ຢ່າງ​ແທດ​ຈິງ ​ຕໍ່​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ຫ່າງ​ໄກ. ​ແນ່ນອນ​ວ່າການ​ຊ່ວຍ​ເຫຼືອ, ຄວາມ​ຮັກ​ແຮງ​ຂອງ​ພວກ​ເອື້ອຍ​ຈະ​ປະກອບສ່ວນ​ເຮັດ​ໃຫ້​ບັນດາ​ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທັງ​ວັນ ​ແລະ ຄືນ​ຈະມີ​ຄວາມ​ພາ​ກພູມ​ໃຈ ​ແລະ ອຸ​ນອ່ຽນ​ໃຈ“.

 

 

 

 

 

 

ຂ່າວ/ບົດ​ອື່ນ