ການພົບປະແລກປ່ຽນມິດຕະພາບຊຸກຍູ້ການຮ່ວມມືຫວຽດນາມ-ຮູງກາຣີ

ການພົບປະແລກປ່ຽນມິດຕະພາບຊຸກຍູ້ການຮ່ວມມືຫວຽດນາມ-ຮູງກາຣີ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ປະ​ເທດ​ໃນ​ການ​ພົບ​ປະ​ກັບ​ສື່ມວນ​ຊົນ​ໃນ​ເດືອນ 1/2016
(ພາບ: Thống Nhất/TTXVN)

(vovworld) –  ວັນ​ທີ 18/9, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ຮູ​ງກາຣີ ຂຶ້ນ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກາ​ນພົບ​ປະ​ແລ​ກປ່ຽນ​ມິດຕະພາບ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນຊາດ ຫວຽດນາມ (2/9) ​ແລະ ວັນຊາດ ຮູ​ງກາຣີ (20/8). ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ ຟ້າ​ມວຽດ​ເຊີນ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຮູ​ງກາຣີ ​ໄດ້​ສະ​ແດງຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ບາດ​ກ້າວພັດທະນາ​​ໃໝ່​ໃນ​ການ​ພົວພັນ​ມິດ​ຕະກາບ ການ​ຮ່ວມ​ມື ຫວຽດນາມ - ຮູ​ງກາ​ຣີ. ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ເປີດ​ກ້ວາງຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ພັດທະນາ​ຢ່າງ​ແຮງ​ໃນ​ຫຼາຍ​ຂົງ​ເຂດ. ​ໃນ​​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຈະ​ພ້ອມກັນ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ແທ​ດຈິງ​ຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຮູ​ງກາຣີ ​ເລິກ​ເຊິ່ງກ່ວາ​ອີກ, ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ.

 


ຂ່າວ/ບົດ​ອື່ນ