ການພົວພັນ ຝຣັ່ງ - ຫວຽດນາມ ນັບມື້ນັບພັດທະນາຢ່າງດີງາມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສ.ຝະຣັ່ງ (14/07), ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຝຣັ່ງ ປະຈຳ ຫວຽດນາມ Bertrand Lortholary ໄດ້ມີການແລກປ່ຽນກັບນັກຂ່າວ ຫວຽດນາມ ກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ຝ່າຍພວມພັດທະນາຢ່າງດີງາມ.
 ການພົວພັນ ຝຣັ່ງ - ຫວຽດນາມ ນັບມື້ນັບພັດທະນາຢ່າງດີງາມ - ảnh 1 ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຝຣັ່ງ ປະຈຳ ຫວຽດນາມ Bertrand Lortholary (ພາບ: ຫວຽດນາມ+)

ຕາມນັ້ນແລ້ວ, ປີ 2018 ສ້າງເປັນຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ຫວຽດນາມ ແລະ ຝຣັ່ງ. ທ່ານເອກອັກຄະລັດຖະທູດ Bertrand Lortholary ເນັ້ນໜັກວ່າ: ການນຳ 2 ປະເທດລ້ວນແຕ່ປາດຖະໜາຢາກໃຫ້ມີບັນດາການເຄື່ອນໄຫວສະເຫຼີມສະຫຼອງເຫດການນີ້. ທີ່ກ່ຽວຂ້ອງເຖິງບັນດາຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳລະຫວ່າງ ຫວຽດນາມ ແລະ ຝຣັ່ງ, ທ່ານເອກອັກຄະລັດຖະທູດ Bertrand Lortholary ເນັ້ນໜັກວ່າ ການຮ່ວມມືເສດຖະກິດແມ່ນຂົງເຂດສຳຄັນໃນການພົວພັນຮ່ວມມື 2 ຝ່າຍ. ປັດຈຸບັນ, ມີວິສາຫະກິດ ຝຣັ່ງ 300 ແຫ່ງພວມເຄື່ອນໄຫວຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Bertrand Lortholary ຫວັງວ່າ ເມື່ອສັນຍາການຄ້າເສລີ ຫວຽດນາມ - ອີຢູ ມີຜົນສັກສິດຢ່າງເປັນທາງການ, ການແລກປ່ຽນເສດຖະກິດ, ການຄ້າລະຫວ່າງ ເອີຣົບ ເວົ້າລວມ ແລະ ລະຫວ່າງ ຝຣັ່ງ ແລະ ຫວຽນດາມ ເວົ້າສະເພາະຈະເພີ່ມຂຶ້ນຫລາຍພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ