ການ​ພ​ົວ​ພັ​ນ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈະນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ຍາວ​ນານ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ລາຊາອານາຈັກ ກຳປູເຈຍ, ໃນຕອນເຊົ້າວັນທີ 22 ທັນວາ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເດີນທາງໄປຢ້ຽມຢາມ ພະພິກຂຸໃຫຍ່ Tep Vong ຢູ່ວັດ Unnalom ແລະ ພະພິກຂຸໃຫຍ່ Bour Kry ຢູ່ວັດ Svay Pope

ການ​ພ​ົວ​ພັ​ນ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈະນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ຍາວ​ນານ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພະພິກຂຸໃຫຍ່ Bour Kry ຢູ່ວັດ Svay Pope (ພາບ: TTXVN)

ຝາກຄຳຢ້ຽມຢາມຖາມຂ່າວເຖິງບັນດາພະສົງ, ສຳມະເນນ, ພຸດທະສາສະນິກະຊົນ ກຳປູເຈຍ ທຸກຖ້ວນໜ້າ, ທ່ານປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າໃນການຢ້ຽມຢາມ ກຳປູເຈຍ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນຄັ້ງນີ້ແມ່ນເພື່ອປະກອບ ສ່ວນເພີ່ມທະວີການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.

ເນື່ອໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຂໍສະແດງຄວາມຂອບໃຈຕໍ່ຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ ແລະ ນັກບວດທຸກຖ້ວນໜ້າຂອງກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຫວຽດນາມ ໃນຊຸມເດືອນປີແຫ່ງການຕໍ່ສູ້ເພື່ອພື້ນຖານເອກກະລາດຂອງຊາດ, ກໍ່ຄືກິດຈະການສ້າງສາປະເທດຊາດໃນປັດຈຸບັນ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເຊື່ອໝັ້ນວ່າການພົວພັນລະຫວ່າງ 2 ປະເທດຈະ ນັບມື້ນັບພັດທະນາຢ່າງດີງາມ, ຍາວນານ.

ພະພິກຂຸໃຫຍ່ Tep Vong ແລະ ພະພິກຂຸໃຫຍ່ Bour Kry ຍິນດີຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ມາຢ້ຽມຢາມ ປະເທດກຳປູເຈຍ, ໄດ້ນຳເອົານ້ຳໃຈສາມັກຄີ, ມິດຕະພາບທີ່ດີງາມຂອງປະຊາຊົນ ຫວຽດນາມ ມາໃຫ້ປະຊາຊົນ ແລະ ວົງການພຸດທະສາສະໜາ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ