ການພົວພັນລະຫວ່າງ ຫວຽດນາມ - ລາວ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ຜູກພັນ, ໄວ້ເນື້ອເຊື່ອໃຈ​ກັນ

(VOVWORLD) - ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາການພົວພັນພິເສດ ຫວຽດນາມ - ລາວ, ຖືນັ້ນແມ່ນຊັບສົມບັດອັນລຳຄ່າ
ການພົວພັນລະຫວ່າງ ຫວຽດນາມ - ລາວ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ຜູກພັນ, ໄວ້ເນື້ອເຊື່ອໃຈ​ກັນ - ảnh 1ກອງປະຊຸມຈັດຂຶ້ນຢູ່ແຂວງ ກ໋ວາງບິ່ງ
(ພາບ:VOV)

ຕອນເຊົ້າວັນທີ 12 ກັນຍາ, ທີ່ນະຄອນ ດົ່ງເຫີຍ, ແຂວງ ກ໋ວາງບິ່ງ, ໄດ້ດຳເນີນກອງປະຊຸມກາງສະໄໝຂອງ 2 ຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ກ່ຽວກັບການຜັນຂະຫຍາຍສັນຍາຮ່ວມມືສອງຝ່າຍ ໄລຍະ 2021 2025 ແລະ ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືປີ 2023.

        ການປະຕິບັດສັນຍາກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025, ບັນດາຂໍ້ຕົກລົງກ່ຽວກັບແຜນການຮ່ວມມືລະຫວ່າງສອງປະເທດປີ 2021, ປີ 2022 ແລະ 6 ເດືອນຕົ້ນປີນີ້ບັນລຸໄດ້ເປົ້າໝາຍວາງອອກໂດຍພື້ນຖານ. ການພົວພັນ ຫວຽດນາມ - ລາວ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ຜູກພັນ, ໄວ້ເນື້ອເຊື່ອໃຈກັນ, ຮັກສາບົດບາດແກ່ນສານ ກຳນົດທິດການພົວພັນສັງລວມຂອງສອງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຈີ໋ຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ເນັ້ນໜັກວ່າ: ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການຮັກສາ, ພັດທະນາການພົວພັນພິເສດ ຫວຽດນາມ - ລາວ, ຖືນັ້ນແມ່ນຊັບສົມບັດອັນລຳຄ່າ, ມີຄວາມໝາຍເປັນຕາຍໃນພາລະກິດປະຕິວັດຂອງແຕ່ລະປະເທດ. ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງປະເທດສືບຕໍ່ໜູນຊ່ວຍ, ສົມທົບກັນຕໍ່ສູ້ສະກັດກັ້ນບັນດາກຳລັງເປັນປໍລະປັກຢ່າງມີປະສິດທິຜົນ… ກ່ຽວກັບການຮ່ວມມືເສດຖະກິດ, ວິສາຫະກິດ ຫວຽດນາມ ລົງທຶນເຂົ້າລາວ 241 ໂຄງການ, ດ້ວຍຍອດເງິນຈົດທະບຽນເກືອບ 5,5 ຕື້ໂດລາສະຫະລັດ. ວົງເງິນການຄ້າ ຫວຽດນາມ - ລາວ ໃນ 6 ເດືອນຕົ້ນປີບັນລຸກ່ວາ 833 ລ້ານໂດລາສະຫະລັດ. ທ່ານລັດຖະມົນຕີ ຫງວຽນຈີ໋ຢຸ້ງ, ເນັ້ນໜັກວ່າ:

“ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊາບຊຶມເນື້ອໃນຂໍ້ຕົກລົງຂອງການນຳຂັ້ນສູງ, ບັນດາເອກະສານກ່ຽວກັບການພົບປະປະຈຳປີລະຫວ່າງກົມການເມືອງສູນກາງພັກຂອງສອງປະເທດ; ຂໍ້ຕົກລົງກ່ຽວກັບແຜນການຮ່ວມມືປະຈຳປີລະຫວ່າງ 2 ລັດຖະບານ; ສົມທົບກັນ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງສູ້ຊົນປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ປີ 2023 ແລະ ສັນຍາຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 2025”.

ຕອບກັບ

ຂ່າວ/ບົດ​ອື່ນ