ການ​ຢ້ຽມ​ຢາມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຊຸກ​ຍູ້ ແລະ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ໄທ

(VOVWORLD) - ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ໄທ ໄດ້ຮັບການປັບປຸງ, ພັດທະນາຢ່າງວ່ອງໄວ ແລະ ແທດຈິງໃນທຸກຂົງເຂດ ດ້ວຍຄວາມເຊື່ອໝັ້ນດ້ານການເມືອງຢ່າງເລິກເຊິ່ງ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນບັນດາຈຸດພົ້ນເດັ່ນທີ່ສຸດ.
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຊຸກ​ຍູ້ ແລະ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ໄທ - ảnh 1ທ່ານນາງ ບຸ່ຍທິເຫວະ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ໄທ  (ພາບ: VOV)

ການຢ້ຽມຢາມ ໄທ ຢ່າງເປັນທາງການແຕ່ວັນທີ 10 – 12 ເມສາ ຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ໄທ (JCB-5), ແມ່ນມີຄວາມໝາຍສຳຄັນໃນການຊຸກຍູ້ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເວົ້າລວມ ແລະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ເວົ້າສະເພາະ; ສ້າງປະຖົມປັດໄຈອັນໝັ້ນແກ່ນ ຍົກການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ຕາມທ່ານນາງ ບຸ່ຍທິເຫວະ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ໄທ ແລ້ວ, ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ໄທ ໄດ້ຮັບການປັບປຸງ, ພັດທະນາຢ່າງວ່ອງໄວ ແລະ ແທດຈິງໃນທຸກຂົງເຂດ ດ້ວຍຄວາມເຊື່ອໝັ້ນດ້ານການເມືອງຢ່າງເລິກເຊິ່ງ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນບັນດາຈຸດພົ້ນເດັ່ນທີ່ສຸດ:

        “ສອງປະເທດກໍໄດ້ພ້ອມກັນສ້າງໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ໄລຍະ 2022 2027, ເປັນພື້ນຖານອັນໝັ້ນແກ່ນແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດຫຼັກແຫຼ່ງແກ່ນສານ. ຝ່າຍ ໄທ ເຄົາລົບ ແລະ ປາດຖະໜາ ສືບຕໍ່ເປີດກວ້າງການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ. ສິ່ງດັ່ງກ່າວສະແດງອອກຜ່ານການຮັກສາບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືສຳຄັນລະຫວ່າງສອງປະເທດ. ເວົ້າລວມແລ້ວ, ການພົວພັນລະຫວ່າງ ຫວຽດນາມ ແລະ ໄທ ບໍ່ພຽງແຕ່ມີຫຼາຍສົ້ນເທົ່ານັ້ນ ຫາກຍັງແໜ້ນແຟ້ນອີກດ້ວຍ. ດ້ວຍການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຢ່າງຕໍ່ເນື່ອງນັ້ນ, ການພົວພັນລະຫວ່າງສອງປະເທດພວມຢູ່ໃນທ່ວງທ່າພັດທະນາທີ່ດີ, ດ້ວຍຄວາມເຊື່ອໝັ້ນ ແລະ ກຳລັງບົ່ມຊ້ອນໃຫຍ່ຫຼວງໃນອະນາຄົດ.”

ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ