ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງປະກອບສ່ວນຊຸກຍູ້ການພົວພັນສອງປະເທດ

ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງປະກອບສ່ວນຊຸກຍູ້ການພົວພັນສອງປະເທດ - ảnh 1
(ສາດ​ສະ​ດາຈານ ​ຊູ​ຍຫຼີ​ຜິ​ງ)

(vovworld) - ​​ ການ​ຢ້ຽມຢາມ​ ຈີນ ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟຸ໋ຈ້ອງ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນສອງ​ປະ​ເທດ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ສາດ​ສະ​ດາຈານ ​ຊູ​ຍຫຼີ​ຜິ​ງ, ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ອາຊີ-​ປາຊີ​ຟິກ ​ແລະ ທົ່ວ​ໂລກ​ຂຶ້ນ​ກັບ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຈີນ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ ຈີນ ກ່ອນ​ການ​ຢ້ຽມຢາມ ຈີນ ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ. ທ່ານ ສາ​ດສະ​ດາ​ຈານ   ຊູ​ຍຫຼີ​ຜິ​ງ ຖື​ວ່າ: ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ  ຢ້ຽມຢາມ ຈີນ ​ກົງ​ກັບ​ໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃຫຍ່​ທີ່​ສຸດ. 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກ່ອນ​ໜ້າ​ນີ້ 8 ປີ. ຕາມ​ທ່ານ​ສາດສະດາຈານ ຊູ​ຍຫຼີ​ຜິ​ງ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຄວນ​ຊຸກຍູ້​ການ​ພັດທະນາ​ການພົວພັນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ນີ້,​​ ໃນ​ນັ້ນຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ຮ່ວມ​ມືລະຫວ່າງ 2 ພັກ​ກ່ວາ​ອີກແມ່ນ​ສຳຄັນ​ທີ່​ສຸດ, ຈະ​ເພີ່ມ​ທະວີ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ຄວາມ​​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ພັດທະນາ. ທ່ານ​ສາດສະດາຈານ ຊູ​ຍຫຼີ​ຜິ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ຈີນ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ຈະ​ປະສົບ​ຜົນສຳ​ເລັດ​ຫຼາຍ​ຢ່າງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ ລະຫວ່າງ 2 ພັກ.

ຮ່າ​ຖັ໋ງ-​ເລ​ບາ​ວ,​ ນັກ​ຂ່າວ VOV ປະຈຳ​ຈີນ

ຂ່າວ/ບົດ​ອື່ນ