ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີຝລັ່ງຈະສ້າງກຳລັງໜູນໃຫຍ່ໃນການພົວພັນລະຫວ່າງ2ປະເທດ

ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີຝລັ່ງຈະສ້າງກຳລັງໜູນໃຫຍ່ໃນການພົວພັນລະຫວ່າງ2ປະເທດ - ảnh 1
(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ຫງວຽນ​ຫງອກ​ເຊີນ)

(vovworld) - ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ກ່ອນ​ການ​ຢ້​ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande (05 – 07/09/2016), ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ຫງວຽນ​ຫງອກ​ເຊີນ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 40 ກວ່າ​ປີ​ຜ່ານ​ມາ, ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູ​ດ, ຍາ​ມ​ໃດ​ຝ​ລັ່ງ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ອັນ​ດັບ​ໜຶ່ງຂ​ອງ​ຫວຽດ​ນ​າມ ຢູ່ເອີ​ລົບ. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francois Hollande ເຖິງ​ຫວຽດ​ນາມ ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ ແລະ ພິ​ເສດ​ແມ່ນ​ພາຍ​ຫຼັງ 2 ປະ​ເທ​ດ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ.

        “ໃນ​ການ​ຢ້ຽມ​ຢາມ, 2 ຝ່າຍ​ຈ​ະ​ສຳ​ຫຼວດກວດ​ກາ​ຄືນ ແລະ ຫັນ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ເປັນ​ລະ​ອຽດ, ພິ​ເສດ​ແມ່ນ​ເນື້ອ​ໃນ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະ​ຫວ່າງ 2 ປະ​ເທດ. ລະ​ອຽດ​ແມ່ນ, ຕາມ​ທິດ 2 ຝ່າຍ​ຈະ​ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ດ້ານ​ການ​ເມືອງ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ພົບ​ປະ​ຂັ້ນ​ສູງ 2 ຝ່າຍ ແລະ ຫຼາຍ​ຝ່າຍ. ທີ່ 2, ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍກວດ​ກາ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ 2 ປະ​ເທດ. ທີ່ 3, ການ​ຢ້ຽມ​ຢາ​ແມ່ນ​ໂອ​ກາດ​ສະ​ດວກ ເພື່ອ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ລະ​ຫວ່າງ 2 ປະ​ເທດ ກ່ຽວ​ກັບ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂ​ນ​ໂລ​ຊີ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ… ໃນ​ການ​ຢ້ຽມ​ຢາ​ຄັ້ງ​ນີ້, 2 ຝ່າຍ​ຈະ​ລົງ​ນາມບາງ​ເອ​ກະ​ສານ​ຮ່ວມ​ມື​ໃໝ່​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ…”

ຂ່າວ/ບົດ​ອື່ນ