ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ

(VOVWORLD) -ວັນທີ 27 ເມສາ, ຄ້າຍທະຫານຊາຍແດນຕາມເຮີບ, ກອງບັນຊາການທະຫານຊາຍແດນແຂວງເງະອານ ສົມທົບກັບ ກອງຮ້ອຍຊາຍແດນ 251, ກອງບັນຊາການທະຫານແຂວງ ບໍລິຄໍາໄຊ ດຳເນີນການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ.

ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ - ảnh 1 ການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ

(ພາບ: qdnd.vn)

ສອງຝ່າຍໄດ້ດໍາເນີນການລາດຕະເວນເສັ້ນຊາຍແດນ ຕອນຈາກຫຼັກໝາຍທີ 425 ຮອດຫຼັກໝາຍທີ 426 ດ້ວຍລວງຍາວທັງໝົດ 14,828 ກິໂລແມັດ ບົນເສັ້ນຊາຍແດນ ຫວຽດນາມ-ລາວ. ສອງຝ່າຍໄດ້ປະຕິບັດຖືກຕາມຫຼັກການໃນການລາດຕະເວນ ສອງຝ່າຍ, ແຈ້ງໃຫ້ກັນຮັບຊາບກ່ຽວກັບສັນຍານເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຄົ້ນພົບ, ສະກັດກັ້ນ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງ ກົດລະບຽບຊາຍແດນລະຫວ່າງສອງປະເທດຢ່າງທັນການ, ປົກປັກຮັກສາເສັ້ນຊາຍແດນໄວ້ຕາມສະພາບເດີມ. ສິ້ນສຸດການ ລາດຕະເວນ, ສອງກົມກອງໄດ້ຖອດຖອນບົດຮຽນ, ແລກປ່ຽນສະພາບການ ທີ່ກ່ຽວຂ້ອງເພື່ອເປັນພື້ນຖານໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ. ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດພັນ ຂອງສອງກໍາລັງປົກປັກຮັກສາຊາຍແດນ, ປະກອບສ່ວນປົກປັກຮັກສາ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ