ການວາງລະເບີດກ່ອນທີ່ ຈັດກອງປະຊຸມສຸດຍອດອົງການບັນດາປະເທດທະວີບອາເມລິກາ

ການວາງລະເບີດກ່ອນທີ່ ຈັດກອງປະຊຸມສຸດຍອດອົງການບັນດາປະເທດທະວີບອາເມລິກາ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 13/04, ຢູ່ Colombia ​ໄດ້​ເກີດ​ການວາງ​ລະ​ເບີດ​ເປັນ 4 ຄັ້ງຢ່າງ​ລຽນຕິດ, ກ່ອນ​ທີ່ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ບັນດາ​ປະ​ເທດ​ທະວີບອາ​ເມ​ລິ​ກາ ( OAS ). ​ເຈົ້າ​ໜ້າ​ທີ່ Colombia ​ໃຫ້​ຮູ້​ວ່າ ລະ​ເບີດ 2 ລູກທຳ​ອິດ​ໄດ້​ລະ​ເບີດ​ຢູ່​ໄກ້ກັບ​ສະຖານທູດ​ອາ​ເມ​ລິ​ກາ​ ປະຈຳ​ນະຄອນຫຼວງ Bogota, ພາຍຫຼັງ​ທີ່ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຫາ​ກໍ​ມາ​ຮອດປະ​ເທດ​ນີ້​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ OAS. ​ການວາງ​ລະ​ເບີດ​ 2 ຄັ້ງ​ຕໍ່​ໄປ​ເກີດ​ຂຶ້ນຢູ່ນະຄອນ​ທະ​ເລ Cartgena de Indias, ບ່ອນ​ທີ່​ຈັດ​ກອງ​ປະຊຸມ OAS. ປະຈຸ​ບັນ​ອົງການ​ທີ່​ກ່ຽວຂ້ອງ​ພວມສືບສວນ​ເຫດການ.

ຂ່າວ/ບົດ​ອື່ນ