ການສົ່ງອອກຂອງສ.ເກົາຫຼີມາຫວຽດນາມເພີ່ມຂຶ້ນຢ່າງແຮງ

ການສົ່ງອອກຂອງສ.ເກົາຫຼີມາຫວຽດນາມເພີ່ມຂຶ້ນຢ່າງແຮງ - ảnh 1
(ພາບ​ປະ​ກອບ: ndh.vn)

(vovworld) - ​ສະ​ມາ​ຄົມ​ການ​ຄ້າ​ສາ​ກົນ​ສ.ເກົາ​ຫຼີ (KITA) ວັນ​ທີ 25/08 ໃຫ້​ຮູ້​ວ່າ, ວົງ​ການ​ການ​ຄ້າ​ສົ່ງ​ອອກ​ຂອງ​ສ.ເກົາ​ຫຼີ ​ມາ​ຫວຽດ​ນາມ ໃນ 7 ​ເດືອນປີ 2016 ເພີ່ມ​ຂຶ້ນ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015, ຂຶ້ນ​ເຖິງ 18 ຕື້ USD, ຜ່ານນັ້ນ, ນຳ​ຫວຽດ​ນາມ ກາຍ​ເປັນ​ຕະ​ຫຼາດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ 3 ໃນ​ໂລກ​ຂອງ​ສ.ເກົາ​ຫຼີ. ມີ​ນັກ​ໄຈ້​ແຍກ​​ຕະ​ຫຼາດຫຼາຍ​ຄົນ​​ຖືວ່າ, ການ​ສົ່ງ​ອອກ​ຂອງສ.ເກົາ​ຫຼີ ​ເຂົ້າ​ຫວຽດ​ນາມ ເພີ່ມ​ຂຶ້​ນ​ຢ່າງ​ແຮງ​ໃນ​ໄລ​ຍ​ະ​ຜ່ານ​ມາ ແມ່ນ​ຍ້ອນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) 2 ຝ່າຍ​ໄດ້​ມ​ີ​ຜົນ​ສັກ​ສິດ​ນັບ​ແຕ່​ທ້າຍ​ປີ 2015, ​ອັນ​ໄດ້ຊຸກ​ແຮງບັນ​ດາ​ການ​ເຄື່ອນ​ໄຫວດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ ເຊິ່ງ​ເຄີຍ​ພັດ​ທະ​ນາ​, ພາຍ​ຫຼັງ FTA ລະ​ຫວ່າງ​ສ.ເກົາ​ຫຼີ ແລະ ອາ​ຊຽນ ເຊິ່ງ​ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ ​ເຊິ່ງໄດ້​ເລີ່ມ​ປະ​ຕິ​ບັດ​ເມື່ອ​ປີ 2007. ບັນ​ດາ​ນັກ​ໄຈ້​ແຍກກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ຄວາມ​ຕ້ອງ​ການ​ຂອງ​ຫວຽດ​ນາມ ສຳ​ລັ​ບ​ບັນ​ດາ​ຜະ​ລິດ​ຕະ​ພັນຂອງ​ສ.ເກົາ​ຫຼີ ຍັງ​ສາ​ມາດ​ເພີ່ມ​ຂຶ້ນ​ຕື່ມ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ