ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ​ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ກະ​ໂດດ​ຂັ້ນ

(VOVWORLD) -ໃນໄຕມາດທີ 3, ການສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາທ່າເຕີບໂຕທີ່ດີໃນປີ 2021, ຄາດວ່າບັນລຸ 39 ຕື້ USD, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ປີ 2019.
ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ​ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ກະ​ໂດດ​ຂັ້ນ - ảnh 1(ພາບປະກອບ: TTXVN)

  ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ພິເສດໃນໄຕມາດທີ 3, ການສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາທ່າເຕີບໂຕທີ່ດີໃນປີ 2021, ຄາດວ່າບັນລຸ 39 ຕື້ USD, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ປີ 2019. ນີ້ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃນສະພາບການທີ່ລະດັບການຟື້ນຟູເສດຖະກິດໂລກ ມີທ່າອ່ຽງຊັກຊ້າລົງ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ຕົວເລກທີ່ເປັນໜ້າສົນໃຈນີ້ໄດ້ຍົກອອກມາໃນກອງປະຊຸມສະຫຼຸບປີ 2021 ຂອງ ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ ເຊິ່ງດຳເນີນໃນວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.

        ປັດຈຸບັນ, ບັນດາວິສາຫະກິດພວມສຸມໃສ່ຊອກຫາມາດຕະການຮ່ວມສຳພັນລະບົບສະໜອງພາຍໃນກຸ່ມ ເພື່ອຮັບປະກັນບໍ່ໃຫ້ລະບົບສະໜອງຖືກຕັດຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ