ການສົ່ງອອກແຮງງານ ປີ 2021: ຍົກສູງຄຸນນະພາບແຮງງານ ກຽມພ້ອມອອກໄປເຮັດວຽກ ຢູ່ຕ່າງປະເທດ

(VOVWORLD) -ປີ 2021, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ວາງຄາດໝາຍ ສົ່ງແຮງງານ ຫວຽດນາມ 90.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ຫຼຸດລົງ 40.000 ຄົນເມື່ອທຽບໃສ່ຄາດໝາຍປີ 2020 . ຕະຫຼາດແຮງງານ ສຸມໃສ່ບັນດາຕະຫຼາດທີ່ມີລາຍຮັບສູງ ແລະ ຖາວອນ.

ເພື່ອຟື້ນຟູການເຄື່ອນໄຫວບໍລິການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ເທື່ອລະກ້າວ ເພື່ອໃຫ້ສອດຄ່ອງກັບສະພາບການລວມ ແລະ ສະພາບການເປັນປົກກະຕິໃໝ່ ຢູ່ ຫວຽດນາມ ກໍຄື ຢູ່ບັນດາປະເທດທີ່ຮັບເອົາແຮງງານ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາອົງການທີ່ມີໜ້າທີ່່ຊອກຫາຕະຫຼາດແຮງງານຕ່າງປະເທດທີ່ມີເງື່ອນໄຂເຮັດວຽກດີ, ປອດໄພ ແລະ ມີລາຍຮັບສູງ ໃຫ້ແກ່ແຮງງານ. ໄປຄຽງຄູ່ກັນນັ້ນ, ກໍຮ່ວມມືກັບບັນດາປະເທດ ເພື່ອແກ້ໄຂບັນດາບັນຫາຂອງແຮງງານທີ່ເກີດຂຶ້ນໃໝ່ຢ່າງທັນການ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ.  ທາງກະຊວງກໍວາງແຜນນະໂຍບາຍຍົກສູງ ຄຸນນະພາບ ແຮງງານ ນັບທາງດ້ານສີມືແຮງງານ ແລະ ພາສາຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ