ການ​ສົນ​ທະ​ນາ​ລະ​ຫວ່າງ​ເຈົ້າ​ໜ້າ​ປ້ອງ​ກັ​ນ​ປະ​ເທດ ເວ​ທີ​ປ​າ​ໄສ​ພາກ​ພື້ນ ອາ​ຊຽນ

(VOVWORLD) -   ຕອນເຊົ້າວັນທີ 20 ພຶດສະພາ, ກອງປະຊຸມສົນທະນາລະຫວ່າງເຈົ້າໜ້າທີ່ປ້ອງກັນປະເທດ ເວທີປາໄສພາກພື້ນ ອາຊຽນ (ARF DOD) ຖືກດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ Haji Adi Ihram Bin Dato Paduka Haji Mahmud, ຮອງເລຂາ ຜູ້ປະຈຳການກະຊວງປ້ອງກັນປະເທດ ບຣູໄນ ແລະ ທ່ານ David Lewis, ຜູ້ຊ່ວຍວຽກທ່ານເລຂາທິການໃຫຍ່ປ້ອງກັນປະເທດຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ກະຊວງປ້ອງກັນປະເທດ ອົດສະຕາລີ.
ການ​ສົນ​ທະ​ນາ​ລະ​ຫວ່າງ​ເຈົ້າ​ໜ້າ​ປ້ອງ​ກັ​ນ​ປະ​ເທດ ເວ​ທີ​ປ​າ​ໄສ​ພາກ​ພື້ນ ອາ​ຊຽນ - ảnh 1ທ່ານພົນຕີ ຫວູຈ໊ຽນຖັ໊ງ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ໃນການສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄຸນປະໂຫຍດຂອງເຕັກໂນໂລຢີໃໝ່ສຳລັບອົງການປ້ອງກັນຊາດໃນການບັນລຸໄດ້ບັນດາເປົ້າໝາຍກ່ຽວກັບຄວາມໝັ້ນຄົງ ແລະ ການຮັບມືກັບຄວາມສ່ຽງທົ່ວໄປໄດ້ຢ່າງມີປະສິດທິຜົນ; ແບ່ງປັນກ່ຽວກັບສິ່ງທ້າທາຍ ເຊິ່ງບັນດາປະເທດພວມປະເຊີນໜ້າໃນການຮັບມືກັບຄວາມສ່ຽງຈາກເຕັກໂນໂລຢີໃໝ່ ກໍຄື ບົດຮຽນປະສົບການ.

        ບັນດາຜູ້ແທນກໍໄດ້ແບ່ງປັນທັດສະນະກ່ຽວກັບເລື່ອງເຮັດໃຫ້ເວທີປາໄສ ARF DOD ມີຄວາມຫຼາກຫຼາຍ ແລະ ຮັບປະກັນມີການປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນການບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ; ພ້ອມທັງປຶກສາຫາລື, ຕົກລົງເປັນເອກະພາບໂຄງການດຳເນີນງານ ເພື່ອກະກຽມໃຫ້ແກ່ກອງປະຊຸມນະໂຍບາຍປ້ອງກັນຊາດ ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 18 (ASPC – 18) ໂດຍ ບຣູໄນ ເປັນເຈົ້າພາບຈັດຕັ້ງ ຕາມຮູບການທາງອອນລາຍ ໃນເດືອນພຶດສະພາ 2021. 

ຕອບກັບ

ຂ່າວ/ບົດ​ອື່ນ