“ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ໃຫ້​ກຳ​ເນີດ 2024” ແຜ່​ຂະ​ຫຍາຍ​ສານ​ແຫ່ງ​ຄວາມ​ໝາຍ​ຂອງ​ວັນ​ບຸນ ສະ​ແດງ​ຄວາມກ​ະ​ຕັນ​ຍູ​ຕໍ່​ພໍ່​ແມ່ຜູ້​ໃຫ້​ກຳ​ເນີດ

(VOVWORLD) - ຕອນຄ່ຳວັນທີ 15 ສິງຫາ, ຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດ - ໂຊ, ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ “ການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ2024”. 
“ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ໃຫ້​ກຳ​ເນີດ 2024” ແຜ່​ຂະ​ຫຍາຍ​ສານ​ແຫ່ງ​ຄວາມ​ໝາຍ​ຂອງ​ວັນ​ບຸນ ສະ​ແດງ​ຄວາມກ​ະ​ຕັນ​ຍູ​ຕໍ່​ພໍ່​ແມ່ຜູ້​ໃຫ້​ກຳ​ເນີດ - ảnh 1ລາຍການສະແດງສິລະປະ “ການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ2024” (ພາບ: ຄະນະຈັດຕັ້ງ)

ລາຍການໄດ້ຈັດຂຶ້ນເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຂອງຜູ້ເປັນລູກຕໍ່ຜູ້ໃຫ້ກຳເນີດ, ປະກອບສ່ວນເຂົ້າໃນການຮັກສາຄຸນຄ່າທາງດ້ານວັດທະນະທຳມະນຸດທີ່ເປັນມູນເຊື້ອຂອງຊາວຫວຽດນາມ. ຢູ່ລາຍການ, ຄະນະຈັດຕ້ັງ ແລະ ບັນດາຜູ້ໃຈບຸນໃຈກຸສົນໄດ້ມອບຂອງຂວັນ, ທຶນການສຶກສາ 30 ພູດເພື່ອແນໃສ່ລະດົມກຳລັງໃຈພວກນ້ອງໆນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກ ແຕ່ມານະພະຍາຍາມກາຍເປັນແບບຢ່າງ ເປັນລູກທີ່ມີຄວາມກະຕັນຍູໃນປີ 2024 ຂອງຮ່າໂນ້ຍ. ຜ່ານບັນດາການເຄື່ອນໄຫວ, ການສະແດງໃນລາຍການ “ການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ 2024” ປີນີ້. ຄະນະຈັດຕັ້ງ ປາດຖະໜາວ່າ ຜ່ານສິລະປະ, ຈະສົ່ງສານວັດທະນະທຳມະນຸດ, ປຸກລຸກຄາດຫວັງແຫ່ງສັນຕິພາບ, ນ້ຳໃຈຄວາມຮັກແພງ ແລະ ຄວາມກະຕັນຍູຕໍ່ຜູ້ໃຫ້ກຳເນີດ; ພິເສດເຊີດຊູບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ພ້ອມທັງຕັກເຕືອນໄວໜຸ່ມກ່ຽວກັບການສະແດງຄວາມຮູ້ບຸນຄຸນ ແລະ ຄວາມຮັບຜິດຊອບຂອງຕົນໃນວິວັດການເຕີບໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ