ການ​ສ້າງ​ຊຸດ​ມາດ​ຖານ, ດັດ​ຊະ​ນີ ຕີ​ລາ​ຄາ​​ການຫັນ​ເປັນ​ດີ​ຈີ​ຕອນ​ໃນ​​ຂົງ​ເຂດການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ

(VOVWORLD) -ວັນທີ 23 ທັນວາ, ທ່ານຮ່ວາງມິງເຊີນ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ເປັນປະທານກອງປະຊຸມສຳມະນາທາງໄກກ່ຽວກັບການຫັນເປັນດີຈີຕອນໃນການສຶກສາ ແລະ ບຳລຸງສ້າງ, ສ້າງຊຸດມາດຖານ, ດັດຊະນີຕີລາຄາການ ຫັນເປັນດີຈີຕອນໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

ການ​ສ້າງ​ຊຸດ​ມາດ​ຖານ, ດັດ​ຊະ​ນີ ຕີ​ລາ​ຄາ​​ການຫັນ​ເປັນ​ດີ​ຈີ​ຕອນ​ໃນ​​ຂົງ​ເຂດການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ - ảnh 1ທ່ານຮ່ວາງມິງເຊີນ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາທາງໄກ (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ)

ໃນການປະກອບຄຳເຫັນທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາພະແນກສຶກສາບຳລຸງສ້າງ ແລະ ບັນດາຮາກຖານການສຶກສາ ລ້ວນແຕ່ຢັ້ງຢືນວ່າ ການເຫັນເປັນດີຈີຕອນໃນຂົງເຂດການສຶກສາ ແລະ ບຳລຸງສ້າງ ແມ່ນ ຄວາມຕ້ອງການທີ່ຈຳເປັນ, ເປັນຕົ້ນແມ່ນໃນການຫັນປ່ຽນຢ່າງແຮງຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4. ການສ້າງຊຸດມາດຖານ, ດັດຊະນີ ຕີລາຄາການຫັນເປັນດີຈີຕອນໃນຂົງເຂດການສຶກສາ ແລະ ບຳລຸງສ້າງແມ່ນມີຄວາມຈຳເປັນທີ່ສຸດ. ບັນດາດັດຊະນີດັ່ງກ່າວ ຈະເປັນພື້ນຖານເພື່ອຊຸກຍູ້ການຫັນເປັນດີຈີຕອນຢູ່ບັນດາຮາກຖານການສຶກສາ, ພ້ອມທັງຊີ້ໃຫ້ດ້ານດີທີ່ຄວນເສີມຂະຫຍາຍ, ດ້ານອ່ອນທີ່ຄວນແກ້ໄຂ ແລະ ສະໜອງຂໍ້ມູນຂ່າວໜູນຊ່ວຍ ຮາກຖານການສຶກສາ ໂດຍມີວິທີການແກ້ໄຂຢ່າງເໝາະສົມ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີ ຮ່ວາງມິງເຊີນ ສະເໜີວ່າ ໃນວິວັດການປະຕິບັດຊຸດມາດຖານ, ດັດຊະນີຕີລາຄາການຫັນເປັນດີຈີຕອນໃນຂົງເຂດການສຶກສາ ແລະ ບຳລຸງສ້າງໃຫ້ສົມບຸນນັ້ນ ຄວນເອົາໃຈໃສ່ເຖິງບັນດາດັດຊະນີທີ່ກ່ຽວຂ້ອງເຖິງການຮຽນ - ການສອນ.

ຕອບກັບ

ຂ່າວ/ບົດ​ອື່ນ