ການສຳມະນາກ່ຽວກັບຂໍ້ກຳນົດສ້າງ ກົດໝາຍວ່າດ້ວຍປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ)

ການສຳມະນາກ່ຽວກັບຂໍ້ກຳນົດສ້າງ ກົດໝາຍວ່າດ້ວຍປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາ​
(ພາບ: baodatviet.vn)

(vovworld) -     ວັນ​ທີ 1/10, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບບັນດາ​ຂໍ້​ກຳນົດ​ສ້າ​ງກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ). ບັນດາຄຳ​ເຫັນ​ທີ​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ຖື​ວ່າ ຄວາມ​ຕ້ອງການປັບ​ປຸງກົດໝາຍ​ວ່າ​ດ້ວຍການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ປີ 2005 ​ໄດ້​ກາຍ​ເປັນ​ບັນຫາ​ຮີບ​ດ່ວນ, ​ເພື່ອ​ແນ​ໃສ່​ສະ​ກັກ​ກັ້ນ, ຈຳກັດ​ການ​ກະທົບ​​ບໍ່​ດີ​ເຖິງ​ສິ່ງ​ແວດ​ລ້ອມ, ຮັບ​ມື້​ກັບ​ເຫດ​ທີ່​ເກີດ​ຂຶ້ນ​ຈາກ​ສິ່ງ​ແວດ​ລ້ອມ, ​ແກ້​ໄຂ​ມົນ​ລະ​ຜິດ, ການ​ຊຸດ​ຊົມ, ຟື້ນ​ຟູ​ປັບປຸງ​ສິ່ງ​ແວດ​ລ້ອມ. ນອກຈາກ​ນັ້ນ, ກອບ​ກົດໝາຍ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ກໍຕ້ອງ​ສະ​ແດງ​​ໃຫ້​ເຫ​ັນໄດ້​ທ່າ​ອ່ຽງພັດທະນາ​ຂອງ​ກົດໝາຍ, ລວມມີ​ບັນດາ​ເນື້ອ​​ໃນ​ໃໝ່​ທີ່​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ໃນ​ກົດໝາຍ​ຄື​ບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການພັດທະນາ​ເສດຖະກິດ​ຂຽວ. ຕາມລາຍການ​ວຽກ​ງານ​​ໃນ​ອາຍຸ​ການ​ນີ້​ແລ້ວ, ສະພາ​​ແຫ່ງ​ຊາດ​ຊຸດ​ທີ 8 ຄາດ​ວ່າ​ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົ​ດໝາຍ​ວ່າ​ດ້ອຍປົກ​ປັກ​ຮັກ​ສາ​ສິ່ງ​ແວດລ້ອມ (ສະບັບ​ປັບປຸງ) ​ໃນ​ປີ 2013 ​ແລະ ຈະ​ລົງມະຕິ​ຮັບຮອງ​ເອົາ​​ໃນ​ປີ 2014.

ຂ່າວ/ບົດ​ອື່ນ