ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລາວ

(VOVWORLD) - ສອງຝ່າຍເປັນເອກະພາບບັນດາທິດທາງບຸລິມະສິດການຮ່ວມມືໃນໄລຍະ 2017-2019, ສຸມໃສ່ບັນດາເນື້ອໃນຄື ຊ່ວຍໜູນຄັງພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ລາວ
ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລາວ - ảnh 1ລັດຖະມົນຕີ 2 ທ່ານ

ກອງປະຊຸມ ຄັ້ງທີ IV ຄະນະກຳມະການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລາວ ໄດ້ດຳເນີນໃນວັນທີ 25 ມິຖຸນາ ຢູ່ເທດສະບານ ເກືອລໍ່, ແຂວງເຫງະອານ. ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຈູຫງອກແອງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລາວ ບໍວຽງຄຳ ວົງດາລາ ເຂົ້າຮ່ວມກອງປະຊຸມ. ສອງຝ່າຍເປັນເອກະພາບບັນດາທິດທາງບຸລິມະສິດການຮ່ວມມືໃນໄລຍະ 2017-2019, ສຸມໃສ່ບັນດາເນື້ອໃນຄື ຊ່ວຍໜູນຄັງພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ລາວ; ຫວຽດນາມຊ່ວຍໜູນບຳລຸງສ້າງ, ຍົກສູງກຳລັງຄວາມສາມາດດ້ານຂ່າວສານ ແລະ ສະຖິຕິ ໃຫ້ແກ່ພະນັກງານຝ່າຍລາວ; ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ລົງທຶນ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງບັນດາທ້ອງຖິ່ນສອງປະເທດ… ສອງຝ່າຍກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ບາງສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ