ການຮ່ວມມືພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອປະຊາຊົນ 2 ປະເທດ ຫວຽດນາມ - ອັງກິດ

ການຮ່ວມມືພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອປະຊາຊົນ 2 ປະເທດ ຫວຽດນາມ - ອັງກິດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ເຈົ້າຊາຍ ອັງກິດ Andrew
(ພາບ: AN ÐĂNG (TTXVN))

(vovworld) – ຕອນ​ບ່າຍ​ວັນ​ທີ 24/9, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ໃຫ​້ການ​ຕ້ອນຮັບ​ເຈົ້າຊາຍ ອັງກິດ Andrew, ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊົມ​ເຊີຍ ​ເຈົ້າ​ຊາຍ Andrew ​ໄດ້​ກັບ​ຄືນ​ຢ້ຽມຢາມ ຫວຽດນາມ, ​ກົງ​ກັບ​ໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້ ​ເຈົ້າ​ຊາຍ Andrew ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ, ຮັກສາ​ແຫຼ່ງທຶນ ODA ​ໃຫ້​ແກ່ ຫວຽດນາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ ອັງກິດ ມີ​ທ່າ​ແຮງ ​ແລະ ຫວຽດນາມ​ ມີ​ຄວາມ​ຕ້ອງການ​ຄື ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ ອາກາດ​, ພັດທະນາ​ເຕັກ​ໂນ​ໂລ​ຢີຂຽວ, ຄົ້ນ​ຄ້ວາ​ວິທະຍາສາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຫວັງ​ວ່າ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ແລກປ່ຽນ​ບົດຮຽນດ້ານ​ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ.

         ສ່ວນເຈົ້າ​ຊາຍ Andrew ຢືນຢັນ​ການ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ 2 ປະ​ເທ​ດ ຫວຽດນາມ - ອັງກິດ ​ແລະ ເຊື່ອ​ໝັ້ນ​ຕໍ່ການ​ຮ່ວມ​ມື​ອັນ​ດີງາມ​ລະ​ຫວ່າງ 2 ປະ​ເທດ​​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ພື້ນຖາ​ນ​ເພື່ອ​ເປີດ​ການ​ຮ່ວມ​ມື​ໃໝ່ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ປະຊາຊົນ 2 ຊາດ.

 

 

ຂ່າວ/ບົດ​ອື່ນ