ການຮ່ວມມືລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນຂອງ 2 ປະເທດ

(VOVWORLD) - ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະສືບຕໍ່ສົມທົບກັບນະຄອນຫຼວງ ວຽງຈັນ ແລະ ບັນດາທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ
ການຮ່ວມມືລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນຂອງ 2 ປະເທດ - ảnh 1(ທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ)

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 11 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນ ຮ່າໂນ້ຍ ໂດຍທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ, ເປັນຫົວໜ້າຄະນະ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ດຳເນີນການໂອ້ລົມສົນທະນາກັບຄະນະຜູ້ແທນນະຄອນຫຼວງ ວຽງຈັນ, ໂດຍທ່ານເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ອານຸພາບ ຕຸນາລົມ, ເປັນຫົວໜ້າຄະນະ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ດິງຕຽນຢຸງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ຮ່າໂນ້ຍ ຈະສືບຕໍ່ສົມທົບກັບນະຄອນຫຼວງ ວຽງຈັນ ແລະ ບັນດາທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ ແລະ ຂໍ້ຕົກລົງລະຫວ່າງນະຄອນຫຼວງຂອງ 2 ປະເທດຢ່າງແໜ້ນແຟ້ນ.

        ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາດຖະໜາວ່າ, ນະຄອນຫຼວງ ຮ່າໂນ້ຍ ຈະຕັ້ງໜ້າແບ່ງປັນກັບບັນດາທ້ອງຖິ່ນຂອງ ລາວ ບັນດາບົດຮຽນໃນວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ, ການຄຸ້ມຄອງເສດຖະກິດ, ລາຍຮັບ - ລາຍຈ່າຍງົບປະມານ, ການສ້າງກົດໝາຍວ່າດ້ວຍນະຄອນຫຼວງ… ທ່ານເຊື່ອໝັ້ນວ່າ, 2 ນະຄອນຫຼວງຈະນຳສາຍພົວພັນມິດຕະພາບໃຫ້ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນຂອງ ຫວຽດນາມ - ລາວ.

ການຮ່ວມມືລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ກາຍເປັນແບບຢ່າງໃນການຮ່ວມມືຂັ້ນທ້ອງຖິ່ນຂອງ 2 ປະເທດ - ảnh 2(ທີ່ການໂອ້ລົມສົນທະນາ)

        ແລະກໍ່ໃນວັນດຽວກັນ, ທີ່ການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນນະຄອນຫຼວງ 2 ປະເທດ, ທ່ານເລຂາຄະນະພັກນະຄອນ ດິງຕຽນຢຸງ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນຫຼວງ ວຽງຈັນ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພ້ອມແລ້ວທີ່ຈະໜູນຊ່ວຍ ວຽງຈັນ ສຶກສາ, ບຳລຸງສ້າງພະນັກງານການນຳ, ໜູນຊ່ວຍບັນດານັກສິລະປະການຂອງນະຄອນຫຼວງ ວຽງຈັນ ທີ່ມາຮ່ຳຮຽນວິຊາຊີບ ແລະ ຝຶກຊ້ອມຢູ່ບັນດາໝູ່ບ້ານອາຊີບຂອງນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ