ການເຄື່ອນໄຫວຂອງຮ້ານເຈາະນ້ຳມັນໄຮຢາງ-981ຢູ່ທີ່ຕັ້ງໃໝ່ລະເມີດສິດອະທິປະໄຕແລະສິດອຳນາດສານຂອງຫວຽດນາມ

ການເຄື່ອນໄຫວຂອງຮ້ານເຈາະນ້ຳມັນໄຮຢາງ-981ຢູ່ທີ່ຕັ້ງໃໝ່ລະເມີດສິດອະທິປະໄຕແລະສິດອຳນາດສານຂອງຫວຽດນາມ - ảnh 1
ຮ້ານເຈາະນ້ຳມັນຂອງ ຈີນ
(ພາບ: ສຳນັກຂ່າວສານຊິນຮວາ)

(vovworld) – ຕໍ່ໜ້າ​ເລື່ອງ​ກົມ​ວຽກ​ງານ​ທະ​ເລ ຈີນ ອອກ​ແຈ້ງ​ການ​ເມື່ອ​ວັນ​ທີ 27/5/2014 ກ່ຽວ​ກັບ​​ເລື່ອງ​ຍົກຍ້າຍ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຂອງ​ຈີນ​​ເຖິງ​ທີ່​ຕັ້ງ​ໃໝ່, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ: “ທີ່​ຕັ້ງໃໝ່​​ເຊິ່ງຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຂອງ ຈີນ ​ ຍ້າຍ​ໄປ​ເຖິງ, ຕາມ​ແຈ້ງ​ການ​ຂອງ​ກົມ​ວຽກ​ງານ​ທະ​ເລ​ ຈີນ ​ເມື່ອ​ວັນ​ທີ 27/5/2014 ນັ້ນ​ແມ່ນນອນ​ໃນ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ຢ່າງ​ສົມບູນ, ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ສະຖານ​ທີ່​ນີ້​ແມ່ນ​ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ ຫວຽດນາມ.

ຫວຽດນາມ​ ​ເດັດ​ດ່ຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ໃຫ້ ຈີນ ຢຸດຕິ​ການ​ເຄື່ອນ​ໄຫວ​ໃນ​ທັນທີ, ​ຖອນ​ຮ້ານ​ເຈາະນ້ຳມັນ ​ໄຮ​ຢາງ - 981 ​ແລະ ບັນດາ​ກຳ່​ປັ່ນ​ປ້ອງ​ກັນ, ກຳ່​ປັນ​ບໍລິການ​ອອກ​ຈາກ​ເຂດ​ທະ​ເລ​ຂອງ ຫວຽດນາມ, ພ້ອມ​ທັງ​ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳ​ຄ້າຍຄື​ກັນ.”

​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ບັນດາ​ຄຳ​​ປາ​ໄສ​ຂອງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ​ເມື່ອ​ວັນ​ທີ 26/5/2014, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາ​ມ ​ເລ​ຫາຍ​ບິ່ງ ​ຢືນຢັນ​ວ່າ:

“ຫວຽດນາມ ​ເດັດ​ດ່ຽວປະຕິ​ເສດ​ຄຳ​​ປາ​ໄສ​ທີ່​ຜິດ​ພາດກັບ​ຄວາມ​ຈິງຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ.

ຫວຽດນາມ ມີ​ພື້ນຖານ​ດ້ານ​ກົດໝາຍ​ ​ແລະ ຫຼັກ​ຖານ​ປະຫວັດສາດ​ຢ່າງ​ພຽງພໍເພື່ອ​ຢັ້ງຢືນ​ອະທິປະ​ໄຕ ທີ່​ບໍ່​ອາດ​ຖົກ​ຖຽງ​ກັນ​​ໄດ້ຂອງ​ຕົນ​ສຳ​ລັບໝູ່​ເກາະ ຮ່ວາງ​ຊາ. ຈີນ ​ໄດ້​ນຳ​ໃຊ້​ກຳລັງ​​ອາວຸດ ຢືດຄອງ​ໝູ່​ເກາະ ຮ່ວາງ​ຊາ ຂອງ ຫວຽດນາມ. ການ​ກະທຳຂອງ ຈີນ ​ໄດ້​ລະ​ເມີດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ, ​ເລື່ອງ​ນຳ​ໃຊ້​ກຳລັງ​ອາວຸດ ບໍ່​ສາມາດ​ນຳ​ມາ​ເຊິ່ງອະທິປະ​ໄຕ​ໃຫ້​ແກ່ ຈີນ ຢູ່​ໝູ່​ເກາະ ​ຮ່ວາງ​ຊາ ​ໄດ້.”

 


ຂ່າວ/ບົດ​ອື່ນ