ການເຄື່ອນໄຫວຕອບບຸນ ແທນຄຸນເນື່ອງໃນໂກາດ 65 ປີແຫ່ງວັນທະຫານ ເສຍອົງຄະ

ການເຄື່ອນໄຫວຕອບບຸນ ແທນຄຸນເນື່ອງໃນໂກາດ 65 ປີແຫ່ງວັນທະຫານ ເສຍອົງຄະ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ລົງ​ຢ້ຽມຢາມ
​ສູນປິ່ນປົວ​ພະຍາດ ​ແລະ ບຳລຸງ​ສຸຂະພາບ​ທະຫານ​ເສຍ​ອົງຄະ​ຢູ່​ເມືອງ​ ຫຍໍ​ກວານ
( ພາບ: baoninhbinh.org.vn )


( vovworld ) -    ​ເນື່ອງ​ໃນ​ອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7), ວັນ​ທີ 24/7, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽ​ດນາມ Nguyen Thi Doan ​ໄດ້​ລົງ​ຢ້ຽມຢາມ ​ແລະ​ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍຢູ່​ແຂວງ​ນິງບິ່ງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້ລົງ​ຢ້ຽມຢາມ​ສູນປິ່ນປົວ​ພະຍາດ ​ແລະ ບຳລຸງ​ສຸຂະພາບ​ທະຫານ​ເສຍ​ອົງຄະ​ຢູ່​ເມືອງ​ ຫຍໍ​ກວານ, ​ແຂວງ​ນິງບິ່ງ, ບ່ອນ​ທີ່​ພວມ​ປິ່ນປົວ​ໃຫ້​ແກ່​ຄົນ​ເຈັບ 130 ຄົນ, ​ໃນ​ນັ້ນ​ມີ​ທະຫານ​ເສຍ​ອົງຄະ ​ແລະ ​ເຈັບ​ປ່ວຍ​ໜັກຫຼາຍ​ຄົນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ສະ​ເໜີ​ໃຫ້​ບັນດາ​ອົງການສຳນັກງານ​ທີ່​ມີໜ້າ​ທີ່​ຂອງ​ແຂວງ​ນິງບິ່ງ ຈົ່ງເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ລະບອບ​ນະ​ໂຍບາຍ​ໃຫ້​ຜູ້​ມີ​ຄຸນງາມຄວາມ​ດີ​ເປັນ​ປະຈຳ, ພ້ອມ​ກັນ​ນັ້ນ​ກໍ​ຊ່ວຍ​ເຫຼືອ​ລູກ​ຫຼານ​ບັນດາ​ຄອບຄົວ​ນະ​ໂຍບ​າຍ​ໄດ້​ຮຽນ​ວິຊາ​ຊີບ ​ແລະ ມີ​ວຽກ​​ເຮັດ​ງານ​ທຳ​​ເປັນ​ປົກກະຕິ.

​ແລະ​ກໍ່​ໃນ​ຕອນ​​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ກໍ​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້​ແກ່​ເປົ້າ​ໝາຍ​ນະ​ໂຍບາຍ​​ໃນ​ແຂວງ​ນິງບິ່ງ​ເຊັ່ນ​ດຽວ​ກັນ.

ສ່ວນ​ຢູ່​ແຂວງ​ດັກ​ນົງ, ກໍ​ໄດ້​ຈັດການ​ພົບ​ປະ​ກັບ​ແມ່​ຫວຽດນາມ​ວິລະ​ຊົນ, ພະນັກ​ງານນັກປະຕິວັດຜູ້​ອະ​ວຸ​ໂສ, ບັນດາ​ທະຫານ​ເສຍ​ອົງ​ຄະ ​ແລະ ​ເຈັບ​ປ່ວຍ... ​ເກືອບ 200 ຄົນ​. ກ່າວ​ຄຳ​ຫັນ​ທີ່​ການ​ພົບ​ປະ, ທ່ານ Bui Quoc Bao, ທະຫານ​ເສຍ​ອົງຄະ, ຢູ່​ເມືອງ ດັກລອງ ​​ໄດ້ເວົ້າ​ວ່າ.

​​ໂດຍໄດ້​ຮັບຄວາມ​ເອົາ​ໃຈ​ໃສ່ຈາກ​ພັກ ​ແລະ ລັດ ​​ເພາະສະ​ນັ້ນ​ບັນດາ​ຄອບ​ຄົວ​​ເປົ້າ​ໝາຍນະ​ໂຍບາຍ​ລ້ວນ​ແຕ່​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​​ເຕັມ​ສ່ວນ, ​ໂດຍ​ສະ​ເພາະ​ແມ່ນ​ຊີວິດ​ທາງ​ດ້ານ​ວັດ​ຖຸກໍ​ຄື​ທາງ​ດ້ານ​ຈິດ​ໃຈ. ​ແຕ່ລະ​ປີ​ປະທານ​ເມືອງ, ​ເລຂາ​ພັກເມືອງ​ລ້ວນ​​ແຕ່ລົງ​ພົບ​ປະ​​ໂດຍ​ກົງ​ກັບບັນດາ​ຄອບຄົວ​ທີ່​ມີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເສຍ​ອົງຄະ ​ແລະ ທະຫານ​ເຈັບ​ປ່ວຍ ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ ​ແລະ ລະດົມ​ກຳລັງ​ໃຈ ນັ້ນ​ແມ່ນ​ສິ່ງທີ່​ມີ​ຄວາມ​ໝາຍ​ຢ່າງ​ໃຫຍ່​ຫຼວງ. ພວກ​ຂ້າພະ​ເຈົ້າ​ກໍ​ຈະ​ຮັກສາ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຕິວັດ​ທີ່​ມີ​ຢູ່​ແລ້ວ​ຂອງ​ຕົນ ​ເຊິ່ງ​ໄດ້​ອຸທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ, ​​ແລະ ​ໃນ​ການ​ດຳລົງຊີວິດ​ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ​ກໍ​ຈະ​ມານະ​ພະຍາຍາມ​ເພື່ອ​ເປັນ​ແບບຢ່າງ​ໃຫ້​ທຸກ​ຄົນ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ.

ຂ່າວ/ບົດ​ອື່ນ