ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະ ຊາວໜຸ່ມກອມມູນິດ ໂຮ່ຈິມິນ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 82 ປີແຫ່ງວັນສ້າງຕັ້ງຄະນະ ຊາວໜຸ່ມກອມມູນິດ ໂຮ່ຈິມິນ  - ảnh 1
(ພາບ​ປະກອບ
)

(vovworld)-​ ​ຕອນບ່າຍວັນ​ທີ 24/3, ຢູ່​ມົດ​ສະ​ກູ, ຄະນະ​ຮັບຜິດຊອບ​ວຽກ​ງານຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ (26/3/1931-26/3/2013) ​ແລະ ສະຫລຸບ​ເດືອນ​ຊາວ​ໜຸ່ມ​ປີ 2013. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຟ້າ​ມຊວນ​ເຊີນ, ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ລັດ​ເຊຍ ສະ​ເໜີ​ໃຫ້​ລຸ້ນໜຸ່ມ ຈົ່ງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ຕັ້ງໜ້າ​ເຂົ້າຮ່ວມ​ບັນດາ​ຂະ​ບວນການ ​ແລະ ການ​ເຄື່ອ​ນໄຫວ​ດ້ານ​ການ​ເມືອງ, ສັງຄົມ, ສູ້​ຊົນ​ກໍ່ສ້າງ​ພັກ, ອົງການ​ຊາວ​ໜຸ່ມ, ຮ່ຳຮຽນ​ດີ ​ແລະ ອອກ​ແຮງ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ກັບ​ປະຊາຊົນ​ລັດ​ເຊຍ ພ້ອມ​ກັບ​ປະຊາ​ຊາດ​ອື່ນໆ:

   “ອະນາຄົດ​ແມ່ນ​ຂຶ້ນ​ກັບ​ການ​ຮ່ຳຮຽນ​ຂອງ​ພວກ​ເພື່ອນ​ໃນ​ມື້​ນີ້, ປະ​ເທດ​ຊາດພວມ​ລໍຄອຍ​ບັນດາ​ຜູ້​ຊ່ຽວຊານ​ໃນ​ທຸກ​ຂົງ​ເຂດ​​ແຕກຕ່າງ​ກັນ ຊື່​ງ​ໃນ​ມື້​ນີ້ແມ່ນ​ພວກ​​ເພື່ອນພວມ​ນັ່ງ​ຢູ່​ນີ້. ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ລັດ​ເຊຍ ພວມ​ກ້າວ​ເຂົ້າສູ່​ໄລຍະ​ຈົບງາມ​ທີ່​ສຸດ…​ຂ້າພະ​ເຈົ້າຄິດ​ວ່າ: ບັນດາ​ຜູ້​ໄດ້​ຮັບ​ການ​ບຳລຸ​ງສ້າງ​ຢູ່ລັດ​ເຊຍ ​ແນ່ນອນ​ວ່າ​ລັດ​ຈະ​ຕ້ອງການ​ນຳໃຊ້ ​ແລະ ອະນາຄົດ​ອັນ​ຈົບງາມ​ພວມ​ລໍຄອຍ​ພວກ​ເພື່ອນ

   ​ເນື່ອງ​ໃນ​ໂອກາດນີ້,​  ຕອນ​ຄ່ຳຂອງ​ວັນ​ທີ 24/3, ສູນ​ກາງ​​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ຈັດງານ​ພົບ​ປະ​ແລກປ່ຽນກັບເລຂາ​ຊາວ​ໜູ່ມຮາກ​ຖານດີ​ເດັ່ນ​ທົ່ວປະ​ເທດ​​ໄດ້​ຮັບລາງວັນ 26/3 ລວມ 82 ຄົນດ້ວຍ​ຫົວ​ເລື່ອງ “ ​​ໄຕ້​ໄຟ​ແຫ່ງ​ມູນ​ເຊື້ອ“  ຊື່​ງ​ແມ່ນ​ຜູ້​ທີ່​ມີ​​ຜົນງານ​ດີ​ເດັ່ນ​ໃນ​ປີ 2012, ນຳ​ໜ້າ​ໃນ​ບັນດາ​ຂະ​ບວນການ​​ຊາວ​ໜຸ່ມຂອງ​ບັນດາ​ເມືອງ, ​ໂຮງຮຽນ, ອົງການ​ສຳນັກງານ.

 

 

ຂ່າວ/ບົດ​ອື່ນ