ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີລັດຖະມົນຕີຫວຽດນາມຢູ່ກຳປູເຈຍ

ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີລັດຖະມົນຕີຫວຽດນາມຢູ່ກຳປູເຈຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ
ຫວຽດນາມ ຟ້າ​ມບີ​ງມີ​ງ ມີ​ການ​ພົບ​ປະ​ກັບ​ທ່ານ ຫວາງ​ອີ
(ພາບອິນເຕີແນັດ)

(vovworld)  - ​ເນື່ອງ​​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແມ່​ຂອງ - ຫຼານ​ກາງ ຄັ້ງ​ທີ 2 ຢູ່ Siem Reap ກຳປູ​ເຈຍ ​ໃນ​ລະຫວ່າງ​ວັນ​ທີ 22 – 23/12, ຕອນ​ບ່າຍ​ວັນ​ທີ 23/12 ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມີ​ງ ມີ​ການ​ພົບ​ປະ​ກັບ​ທ່ານ ຫວາງ​ອີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ. ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ ຟ້າ​ມບີ​ງມີ​ງ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກ​ລົງ ​ແລະ ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ໃຫ້ພັດທະນາ​ປອດ​​ໃສ, ສະຖຽນ​ລະ​ພາບ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ, ທ່ານ ຟ້າ​ມບີ​ງມີ​ງ ສະ​ເໜີ 2 ຝ່າຍ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ຢ່າງ​​ເຂັ້ມ​ງວດ, ຍືດໝັ້ນ​ແກ້​ໄຂ​ການ​ຂັດ​​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ຕັ້ງໜ້າ​ຊຸກຍູ້​​ເລື່ອງ​ ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້​ສຳ​ເລັດ​ໃນ​ປີ 2017.

        ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວາງ​ອີ ຢືນຢັນ​ວ່າ: ພັກ, ລັດຖະບານ ຈີນ ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະພາບ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຫວຽດນາມ; ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ຂໍ້​ສະ​ເໜີ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ ຈີນ ຫວາງ​ອີ ກໍ່​ຢືນຢັນ​ວ່າ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽມ​ໃຫ້​ບັນດາ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ​ໃນ​ປີ 2017 ບັນລຸ​ໄດ້ຜົນ​ງານ​ແທດ​ຈິງ​ຫລາ​ຍຢ່າງ, ຕັ້ງໜ້າ​ຄົ້ນຄວ້າ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​​ຄວາມ​ເອົາ​ໃຈ​ໃສ່, ຂໍ້​ສະ​ເໜີ​ຂອງ ຫວຽດນາມ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ ​ໃນ​ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ໃຫ້​ໝັ້ນ​ຄົງ, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອນ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ຊຸກຍູ້​ກາ​ນພົວພັນ ຈີນ - ຫວຽດນາມ ​ໃຫ້ພັດທະນາ​ເປັນ​ປົກກະຕິ, ປອດ​ໃສ, ໝັ້ນຄົງ.

ຂ່າວ/ບົດ​ອື່ນ