ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1

ຄະນະ​ການ​ນຳ​ນະຄອນ​ໂຮ່ຈີ​ມິນ ​ກໍ່​ໄດ້​ໄປ​ວາງ​ພວງາ​ລາ, ​ໄຫວ້​ອາ​ໄລ​ ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ ທີ່​ສຸສານນັກຮົບ​ທີ່​ເສຍສະຫຼະ​ຊີ​ວິດ​ນະຄອນ
(ພາບ: baomoi.com)

 (vovworld) - ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 39 ປີ ​​ແຫ່ງ ວັນ​ປົກ​ປ່ອຍ​ພາກ​ໃຕ້ຢ່າງ​ສົມບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/4/2014). ຕອນ​ເຊົ້າ​ວັນ​ທີ 29/4, ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ປຶ້ມ​ປະຫວັດຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄລຍະ 1930 – 1975. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ, ​ເນັ້ນ​ໜັກ​ວ່າ:

        ”ກິດຈະກຳ​ປຶ້ມ​ປະຫວັດ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄລຍະ 1930 - 1975 ບໍ່​ພຽງ​ແຕ່​ມີຄຸນຄ່າ​ປະຫວັດສາດ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່ປະຊາຊົນ ​ແລະ ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ປື້​ມຫົວ​ນີ້​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ຜົນງານ​ປະຕິວັດ, ສ້າງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຫວຽດນາມ ​ອີກ​ດ້ວຍ

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 29/4, ຄະນະ​ການ​ນຳ​ນະຄອນ​ໂຮ່ຈີ​ມິນ ​ກໍ່​ໄດ້​ໄປ​ວາງ​ພວງາ​ລາ, ​ໄຫວ້​ອາ​ໄລ​ ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ ທີ່​ສຸສານນັກຮົບ​ທີ່​ເສຍສະຫຼະ​ຊີ​ວິດ​ນະຄອນ ​ແລະ ສຸສານ ຫຼາກ​ແກງ. ກໍ່​ຄື​ວາງ​ພວງມາລາ​ທີ່​ອານຸສາ​ວະລີບັນດານັກຮົບ​ທີ່​ເສຍສະຫຼະ​ຊີ​ວິດ ​ເບັ໋ນ​ເຢືອກ, ​ເມືອງ​ກູ​ຈີ.

ຂ່າວ/ບົດ​ອື່ນ