ການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ - ảnh 1
ແຂກຕ່າງປະເທດມາຊົມງານ​ວາງສະ​ແດງ​ຮູບ​ຖ່າຍ​ຫົວເລື່ອງ “ ດ້ຽນບຽນ - ໜ້າ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ ”
(ພາບ:baomoi.com)

(vovworld)- ວັນ​ທີ 1/5, ຢູ່​ແຂວງ​ດ້ຽນບຽນ​ໄດ້​ໄຂ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ຫົວເລື່ອງ “ ດ້ຽນບຽນ - ໜ້າ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ ”. ພ້ອມກັບງານວາງສະແດງນີ້, ສະມາຄົມ​ວິທະຍາສາດ​ປະຫວັດສາດຫວຽດນາມ​ກໍໄດ້ຈັດງານ​ວາງສະ​ແດງ​ດ້ວຍ​ຫົວ​ເລື່ອງ “ ​ແສງ​ສະຫວ່າ​ງຜູ້​ບັນຊາ​ການ​ໃຫຍ່ ຫວໍ້​ງວຽນ​ຢາ​ບ ” .ດ້ວຍ​ຮູບ​ຖ່າຍ​ທີ່​ມີຄ່າ 210 ​ແຜ່ນ, ງານ​ວາງສະ​ແດງ​ຮູບ​ຖ່າຍ​ຫົວເລື່ອງ “ ດ້ຽນບຽນ - ໜ້າ​ປະຫວັດສາດ​ທີ່​ສະຫງ່າ​ອົງອາດ ” ​ໄດ້​ວາດ​ພາບ​ວິວັດ​ການ​ຕໍ່ສູ້, ກໍ່ສ້າງ ​ແລະ ພັດທະນາ​ຂອງ​ກອງທັບ ​ແລະ ປະຊາຊົນ​ດ້ຽນບຽນ​ຜ່ານ​ໄລຍະ​ຕ່າງໆ. ມີ​ເອກະສານ, ວັດຖຸ​ພັນ​ຫຼາຍ​ຢ່າງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ​ທີ່​ມີ​ຕໍ​ອົງຄະ​ນະ​ພັກ, ອຳ​ນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ​ດ້ຽນບຽນ; ຮູບ​ພາບ​ກ່ຽວ​ກັບ​ເຂດ​ດິນ, ຊາວ​ດ້ຽນບຽນ​ວິລະ​ຊົນ​ໃນ​ການ​ຕໍ່ຕ້ານ ກໍ​ຄື​ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ.

    ​ໃນ​ຂະນະ​ນັ້ນ, ​ແຕ່​ວັນ​ທີ 30/4 ຫາ​ວັນ​ທີ 7/5/2014, ຄະ​ນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ ຊັບຊ້ອນ​ກຳລັງ​ຊາວ​ໜຸ່ມ​ອາສາ​ສະໝັກ​ນະຄອນຫຼວງ ລົງ​​ແນະນຳ ຮັບ​ໃຊ້​ປະຊາຊົນ​ມາ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານພົນ​ເອກ​ຫວໍ​ງວຽນ​ຢາ​ບ ຢູ່​ເຮືອນ​ສ່ວນ​ຕົວ​ຂອງ​ເພິ່ນ. ຄະ​ນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍກໍ​ໄດ້​​ເປີດ​ງານ​ສະ​ແດງ​ຮູບ​ຖ່າຍ​ຂອງ ທ່ານພົນ​ເອກ​ຫວໍ​ງວຽນ​ຢາ​ບກັບ​ຊາວ​ໜຸ່ມ​ເຍົາວະ​ຊົນ​ນະຄອນຫຼວງ​ຢູ່​ສວນ​ດອກ​ໄມ້​ເລ​ນິນ ແຕ່​ວັນ​ທີ 30/4 ຫາ​ວັນ​ທີ 7/5/2014. 

ຂ່າວ/ບົດ​ອື່ນ