ການເຄື່ອນໄຫວຫຼາຍຢ່າງມີຄວາມໝາຍເພື່ອສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ (13 ຕຸລາ)

(VOVWORLD) - ຢູ່ຮ່າໂນ້ຍ ໄດ້ຈັດລາຍການພົບປະແລກປ່ຽນກັບບັນດານັກທຸລະກິດ ຫວຽດນາມ ດີເດັ່ນ ແລະ ພິທີປະກາດ, ເຊີດຊູເຄື່ອງໝາຍການຄ້າເຂັ້ມແຂງ ຫວຽດນາມ ປີ 2022
ການເຄື່ອນໄຫວຫຼາຍຢ່າງມີຄວາມໝາຍເພື່ອສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ (13 ຕຸລາ) - ảnh 1ຕອບ 10 ເຄື່ອງໝາຍການຄ້າເຂັ້ມແຂງປີ 2022 (ພາບ:Khắc Kiên)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ (13 ຕຸລາ), ວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ ໄດ້ຈັດລາຍການພົບປະແລກປ່ຽນກັບບັນດານັກທຸລະກິດ ຫວຽດນາມ ດີເດັ່ນ ແລະ ພິທີປະກາດ, ເຊີດຊູເຄື່ອງໝາຍການຄ້າເຂັ້ມແຂງ ຫວຽດນາມ ປີ 2022. ດ້ວຍຫົວຂໍ້ “ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ສີຂຽວ”. ໃນລາຍການ, ໄດ້ເຊີດຊູນັກທຸລະກິດດີເດັ່ນ 8 ຄົນ.

        ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນແຂວງ ແຄ໊ງຮ່ວາ ໄດ້ຈັດການພົບປະສັງສັນກັບນັກທຸລະກິດ, ຜູ້ຕາງໜ້າບັນດາວິສາຫະກິດໃນບໍລິເວນແຂວງ 250 ຄົນ, ພ້ອມທັງຍ້ອງຍໍຊົມເຊີຍບັນດານັກທຸລະກິດດີເດັ່ນປີ 2022, ເພື່ອແນໃສ່ຮັບຮູ້ການປະກອບສ່ວນຂອງປະຊາຄົມບັນດານັກທຸລະກິດ, ວິສາຫະກິດເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງແຂວງ ແຄ໊ງຮ່ວາ.

        ຕອນບ່າຍວັນທີ 12 ຕຸລາ, ທີ່ການພົບປະສັງສັນ, ເຊີດຊູບັນດານັກທຸລະກິດ, ວິສາຫະກິດດີເດັ່ນໃນບໍລິເວນແຂວງ, ທ່ານ ຮວິ່ງກວັກຫວຽດ, ປະທານຄະນະກຳມະການປະຊາຊົນແຂວງ ກາເມົາ, ຢັ້ງຢືນວ່າ ນັກທຸລະກິດ, ວິສາຫະກິດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບແຂວງ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ. ພິເສດ, ພ້ອມກັບທ້ອງຖິ່ນປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມໄດ້ເປັນຢ່າງດີ, ຮັບປະກັນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ