ການເຄື່ອນໄຫວໃນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ວັນຈັນ ທີ 29 ຕຸລາ ຄ.ສ. 2012 | 15:09:54 (ພາບ:thanhnien.com.vn) (VOV)- ຕອນເຊົ້າວັນທີ 29/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ກວດຢັ້ງຢືນຮ່າງກົດໝາຍສຳຄັນບາງສະບັບຄື: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການໄກ່ເກ່ຍປອດດອງຮາກຖານ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ….ຮ່າງກົດໝາຍວ່າດ້ວຍທີ່ດິນຈະຖືກປັບປຸງຕາມທິດເພີ່ມເຕີມບັນດາຂໍ້ກຳນົດໃໝ່ກ່ຽວກັບລາຄາທີ່ດິນ, ຊົດເຊີຍທີ່ດິນ. ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍໂດຍກະຊວງຕຳຫຼວດຫວຽດນາມ ຮຽບຮຽງໄດ້ຖືກຍົກມາປຶກສາຫາລື, ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດທີ່ກອງປະຊຸມຄັ້ງນີ້ຍ້ອນວ່ານີ້ແມ່ນຮ່າງກົດໝາຍໃຫ່ຍ, ສັບສົນ, ສະດຸ້ງໄວໃນສະພາບການໂລກປະຈຸບັນ. ຈາກນັ້ນຈະຊ່ວຍໃຫ້ການປັບປຸງຮ່າງກົດໝາຍໃຫ້ສອດຄ່ອງກັບໂລກ. ໃນຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບເລື່ອງລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ. ການເອົາລົງຄະແນນສຽງໄວ້ວາງໃຈຈະຖືກດຳເນີນໄປເປັນປະຈຳຕາມຮູບການປ່ອນບັດລັບ. ສະພາແຫ່ງຊາດຈະຮັບເອົສບັດໄວ້ວາງໃຈສຳລັບບັນດາຕຳແໜ່ງສຳຄັນຄື: ປະທານສະພາແຫ່ງຊາດ, ບັນດາຮອງປະທານສະພາແຫ່ງຊາດ, ປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ….ລວມ 49 ຕຳແໜ່ງ. ສຳລັບການປ່ອນບັດໄວ້ວາງໃຈພຽງແຕ່ດຳເນີນສຳລັບບັນດາຜູ້ໄດ້ຮັບຄວາມໄວ້ວາງໃຈໃນລະດັບຕ່ຳຢູ່ຮອບລົງຄະແນນສຽງໄວ້ວາງໃຈເທົ່ານັ້ນ. ບັນດາຄຳເຫັນໄດ້ເຫັນດີສູງເລື່ອງລົງຄະແນນສຽງໄວ້ວາງໃຈຈະຖືກດຳເນີນປະຈຳປີຕາມຮູບການປ່ອນບັດລັບ. ແຕ່ເຖິງຢ່າງໃດກໍ່ຕາມ, ກ່ຽວກັບບັນດາລະດັບຕີລາຄາໃນບັດໄວ້ວາງໃຈກໍ່ຍັງມີຫຼາຍຄຳເຫັນແຕກຕ່າງກັນ. ທ່ານ Tran Dinh Nha ສະມາຊິກສະພາແຫ່ງຊາດແຂວງ Thua Thien Hue ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າຄິດວ່າ ການປ່ອນບັດໄວ້ວາງໃຈມີພຽງ 2 ຂໍ້ ເທົ່ານັ້ນ, ຍັງມີຄວາມໄວ້ວາງໃຈຫລືວ່າບໍ່ມີຄວາມໄວ້ວາງໃຈ. ແຕ່ພວກເຮົາໄດ້ຍົກອອກ 4 ຂໍ້: ຄວາມໄວ້ວາງໃຈສູງ, ປານກາງ, ຕ່ຳ ແລະ ບໍ່ມີຄຳເຫັນ. ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ອນບັດຄືນໃໝ່ສຳລັບຜູ້ມີບັດໄວ້ວາງໃຈຕ່ຳ, ບໍ່ຕ້ອງລໍຖ້າອີກປີໜຶ່ງ“ Tag ລົງຄະແນນສຽງ ໄວ້ວາງໃຈ ຂ່າວ/ບົດອື່ນ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ໃຫ້ແມ່ຍິງ ຫວຽດນາມ ສາມັກຄີ, ສູ້ຊົນເພື່ອການພັດທະນາຂອງປະເທດຊາດ ທ່ານປະທານາທາບໍດີ ອາເມລິກາ Joe Biden ຢ້ຽມຢາມເຢຍລະມັນ ແລະ ອັງໂກລາ ກອງທັບອິດສະລາແອັນ ສືບຕໍ່ບຸກໂຈມຕີກຳລັງຮັກສາສັນຕິພາບ ສປຊ ຢູ່ ລີບັງ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ໃຫ້ແມ່ຍິງ ຫວຽດນາມ ສາມັກຄີ, ສູ້ຊົນເພື່ອການພັດທະນາຂອງປະເທດຊາດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເຂົ້າຮ່ວມກອງປະຊຸມໂອ້ລົມສົນທະນາກັບວິສາຫະກິດ ຫວຽດນາມ - ຈີນ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45
ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ຈະດຳເນີນແຕ່ວັນທີ 22 – 23 ຕຸລາ
ກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີ ຫວຽດນາມ - ລາວກ່ຽວກັບການຮ່ວມມືດ້ານການປ້ອງກັນ, ຕ້ານຢາເສບຕິດ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ