ການເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ນິວ​ຊີ​ແລນ: ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ຕອນເຊົ້າວັນທີ 11 ມີນາ, ຢູ່ນະຄອນຫຼວງ Wellington, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ດຳເນີນການ ເຈລະຈາ.

ການເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ນິວ​ຊີ​ແລນ: ມຸ່ງ​ໄປ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສຳຄັນ(ພາບ: VGP)

ທີ່ການ ເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບບັນດາວິທີການເຮັດໃຫ້ການ ຮ່ວມມືສອງຝ່າຍ ເລິກເຊິ່ງກ່ວາອີກ. ຕາມນັ້ນແລ້ວ: ກ່ຽວກັບດ້ານການເມືອງ - ການຕ່າງປະເທດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການປະຕິບັດບັນດາໂຄງການກະທຳຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ຢ່າງ ຕັ້ງໜ້າ ແລະ ມີປະສິດທິຜົນ ແລະ ສ້າງໂຄງການກະທຳໃຫ້ແກ່ໄລຍະໃໝ່ ໂດຍໄວ. ກ່ຽວກັບ ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໃນຂົງເຂດຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ອຸດສາຫະກຳປ້ອງກັນຊາດ, ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນອາດຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ… ກ່ຽວກັບເສດຖະກິດ - ການຄ້າ - ການລົງທຶນ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບ ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 2 ຕື້ USD ໃນປີ 2024 ແລະ ມຸ່ງໄປເຖິງເປົ້າໝາຍ 3 ຕື້ USD ໃນປີ 2026.

ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສຳຄັນ 3 ສະບັບ ລວມມີ: ບົດບັນທຶກຊ່ວຍຈຳກັບການຮ່ວມມືດ້ານການເງິນ ໄລຍະ 2024 – 2026 ລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການຄັງ ນິວຊີແລນ, ບົດບັນທຶກຂໍ້ຕົກລົງ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ, ແຜນການຮ່ວມມືຍຸດທະສາດກ່ຽວກັບການສຶກສາ ຫວຽດນາມ - ນິວຊີແລນ ໄລຍະ 2023 – 2026 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ອົງການສຶກສາ ນິວຊີແລນ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ການ ເຈລະຈາມີຄວາມພິເສດບົນຈິດໃຈສ້າງສັນ ແລະ ຮ່ວມມື ພວກຂ້າພະເຈົ້າໄດ້ປຶກສາຫາລືຢ່າງຮອບດ້ານ ກ່ຽວກັບບັນດາຂົງເຂດຮ່ວມມື, ເພື່ອຍົກອອກທິດທາງ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ສືບຕໍ່ມີການພັດທະນາຢ່າງແຮງ ແລະ ເລິກເຊິ່ງກ່ວາອີກ ໃນໄລຍະຈະມາເຖິງ ແລະ ມຸ່ງໄປເຖິງການຍົກລະດັບການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່, ໃນນັ້ນ ຂ້າພະເຈົ້າຂໍສັງເຂດດ້ວຍ 3 ຄູ່ຄຳສັບນັ້ນແມ່ນ: “ມີສະຖຽນລະພາບ ແລະ ປັບປຸງ”, “ເພີ່ມທະວີ ແລະ ເປີດກວ້າງ” ແລະ “ເພີ່ມລະດັບຄວາມໄວ ແລະ ບຸກທະລຸ”.

ຕອບກັບ

ຂ່າວ/ບົດ​ອື່ນ