ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) -  ທ່ານປະທາສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາງ Sue Lines ປະທານສະພາສູງ ໄດ້ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ຂອງຄະນະຈະປະກອບສ່ວນຫັນເປັນລະອຽດ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຊິ່ງຫາກໍ່ໄດ້ຮັບການຍົກລະດັບ.
ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ການເຈລະຈາຂັ້ນສູງ ຫວຽດນາມ - ອົດສະຕາລີ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ພ້ອມກັບສະມາຊິກລັດຖະສະພາ ອົດສະຕາລີ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງກການໃນລະຫວ່າງວັນທີ 24 ສິງຫາ ຫາວັນທີ 30 ສິງຫາ. ຕອນຄ່ຳວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີ, ສອງຝ່າຍໄດ້ດຳເນີນການເຈລະຈາ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາກຢາກສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ສົມທົບກັນສ້າງໂຄງການກະທຳເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ໄລຍະ 2024 – 2028; ເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງບັນດາທ້ອງຖິ່ນ ແລະ ຄະນະຜູ້ແທນມິດຕະພາບສອງປະເທດ.

ສ່ວນທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີເນັ້ນໜັກວ່າ ອົດສະຕາລີ ແລະ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນທີ່ສຸດຂອງກັນ, ພ້ອມກັນເພີ່ມທະວີການຮ່ວມມືໃນຂົງເຂດໃໝ່ ແລະ ບັນດາຂົງເຂດທີ່ຮັບບຸລິມະສິດແຖວໜ້າ ໃຫ້ຫຼາຍກ່ວາອີກ. ທ່ານປະທານສະພາສູງອົດສະຕາລີແບ່ງປັນວ່າ ອົດສະຕາລີໃຫ້ຄຳໝັ້ນສັນຍາເພີ່ມທະວີແຫຼ່ງທຶນ ODA ໃຫ້ແກ່ ຫວຽດນາມ ດ້ວຍຍອດເງິນລົງທຶນແມ່ນ 95,7 ລ້ານ ໂດລາອົດສະຕາລີ.

ທີ່ການພົບປະເຈລະຈາ, ທ່ານປະທາສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາງ Sue Lines ປະທານສະພາສູງ ໄດ້ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ຂອງຄະນະຈະປະກອບສ່ວນຫັນເປັນລະອຽດ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຊິ່ງຫາກໍ່ໄດ້ຮັບການຍົກລະດັບ.

ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ,ການນຳສະພາແຫ່ງຊາດສອງທ່ານໄດ້ຢັ້ງຢືນຈະຕັ້ງໜ້າສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາອົດສະຕາລີ ທີ່ໄດ້ລົງນາມໃນປີ 2022, ຮັກສາການປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ