ການ​ເຈ​ລະ​ຈານິວ​ເຄຼຍ ຢູ່​ວຽນ​ນາ ໃກ້​ຈະ​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ

(VOVWORLD) -ຕາມຖະແຫຼງການຂອງ ກະຊວງການຕ່າງປະເທດ ອີຣານ, ໃນການໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານ Hossein Amir-Abdollahian ເນັ້ນໜັກວ່າ ອີຣານ ໃກ້ຈະບັນລຸໄດ້ຂໍ້ຕົກລົງໃນການເຈລະຈານີ້
ການ​ເຈ​ລະ​ຈານິວ​ເຄຼຍ ຢູ່​ວຽນ​ນາ ໃກ້​ຈະ​ບັນ​ລຸ​ໄດ້​ຂໍ້​ຕົ​ກ​ລົງ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir-Abdollahian
(ພາບ: AFP/ TTXVN)

ວັນທີ 3 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir-Abdollahian ໃຫ້ຮູ້ວ່າ ບັນດາຝ່າຍໃກ້ຈະບັນລຸໄດ້ຂໍ້ຕົກລົງໃນການເຈລະຈາກ່ຽວກັບການຟື້ນຟູຂໍ້ຕົກລົງດ້ານນິວເຄຼຍ ປີ 2015 ລະຫວ່າງ ອີຣານ ແລະ ບັນດາປະເທດມະຫາອຳນາດໃນທົ່ວໂລກ (ຊື່ທາງການແມ່ນ ແຜນການກະທຳລວມຮອບດ້ານ - JCPOA).

ຕາມຖະແຫຼງການຂອງ ກະຊວງການຕ່າງປະເທດ ອີຣານ, ໃນການໂອ້ລົມທາງໂທລະສັບ ກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານ Hossein Amir-Abdollahian ເນັ້ນໜັກວ່າ ອີຣານ ໃກ້ຈະບັນລຸໄດ້ຂໍ້ຕົກລົງໃນການເຈລະຈານີ້. ອີຣານ ໄດ້ສົ່ງຂໍ້ສະເໜີຂອງຕົນກ່ຽວກັບບັນຫາທີ່ຍັງຄົງຄ້າງໃຫ້ແກ່ຝ່າຍ ອາເມລິກາ ຜ່ານນັກເຈລະຈາຂັ້ນສູງຂອງ ສະຫະພາບເອີລົບ (EU). ບັນດາຄະນະຜູ້ແທນ ຂອງ ອີຣານ ແລະ ອາເມລິກາ ປະຈຳ ວຽນນາ ບໍ່ຕິດຕໍ່ພົວພັນໂດຍກົງເຊິ່ງກັນແລະກັນ, ແຕ່ ສານຕ່າງໆໄດ້ສົ່ງເຖິງບັນດາຝ່າຍລົງນາມໃນ JCPOA ແລະ EU ເຊິ່ງເປັນຜູ້ປະສານງານຂອງການເຈລະຈາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ