ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ຈີນ

ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ  ແລະ ຈີນ - ảnh 1
ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ 
 ແລະ ລັດຖະມົນຕີການຕ່າງປະເທດຈີນ

Vovworld- ​ໂດຍຮັບຄຳເຊີນຈາກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ, ທ່ານລັດຖະມົນຕີການຕ່າງປະເທດຈີນ​ຫວາງ​ອີ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນທີ 3 ຫາ 6/8. ຕອນ​ເຊົ້າ​ວັນ​ທີ 4, ຢູ່​ຮ່າ​ໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ​ແລະ ທ່ານ ລັດຖະມົນຕີ ການຕ່າງປະເທດຈີນ​ຫວາງ​ອີ ​ໄດ້​ມີ​ການ​ເຈລະຈາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານລັດຖະມົນຕີ ທັງ 2 ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ຂະຫຍາຍຕົວ​ໃໝ່​ໃນ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ການ​ເຈລະຈາ​ທາງ​ໂທລະສັບ​ລະຫວ່າງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດຈີນ ​ແລະ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຈີນ​ຂອງ

ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕິ​ນຊາງ​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານລັດຖະມົນຕີ ການຕ່າງປະເທດ ທັງ 2 ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ ​ເລື່ອງຫວຽດນາມ ​ແລະ ຈີນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ ​ແລະ ຍາວ​ນານ​ຂອງ​ປະຊາຊົນ 2 ປະ​ເທດ. 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ພົບ​ປະ​ຂັ້ນ​ສູງ, ຊຸກຍູ້​ການ​ແລກປ່ຽນ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ. ກ່ຽວ​ກັບ​ບັນຫາ​ຊາຍ​ແດນ, ຜືນ​ແຜ່ນດິນ, 2 ຝ່າຍ​ຕີ​ລາ​ສູງ​ໝາກຜົນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ການ​ປະຕິບັດ​ເອກະສານ 3 ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ຊາຍ​ແດນ​ທາງບົກ. ​ເມື່ອ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ຢືນຢັນ​ແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ຜ່ານ​ການ​ເຈລະຈາສັນຕິພາບ, ມິດ​ຕະພາບ, ມິດຕະພາບ, ບໍ່​ປະ​ໃຫ້​ບັນຫານີ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນລະຫວ່າງ 2 ປະ​ເທດ ກໍ​ຄື​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ . 

ຂ່າວ/ບົດ​ອື່ນ