ການເດີນຂະບວນຄັດຄ້ານ Brexit ໃຫຍ່ສຸດໃນຫລາຍທົດສະວັດຢູ່ ລອນດອນ

(VOVWORLD) - ການເດີນຂະບວນຕັ້ງນີ້ ໄດ້ຮັບຖືວ່າ: ແມ່ນໜຶ່ງໃນບັນດາການເດີນຂະບວນປະທ້ວງມີຂອບຂະໜາດໃຫຍ່ສຸດຢູ່ນະຄອນຫລວງ ລອນດອນ ໃນຫລາຍທົດສະວັດຜ່ານມາ.
ການເດີນຂະບວນຄັດຄ້ານ Brexit ໃຫຍ່ສຸດໃນຫລາຍທົດສະວັດຢູ່ ລອນດອນ - ảnh 1ການເດີນຂະບວນຄັດຄ້ານ Brexit ໃຫຍ່ສຸດໃນຫລາຍທົດສະວັດຢູ່ ລອນດອນ (ພາບ: THX/TTXVN)

ວັນທີ 23 ມີນາ, ປະຊາຊົນ ອັງກິດ ນັບພັນຄົນໄດ້ຄັດຄ້ານເລື່ອງປະເທດນີ້ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ)  - Brexit ນັບພັນຄົນ, ໄດ້ເຕົ້າໂຮມເດີນຂະບວນຢູ່ໃຈກາງນະຄອນຫລວງ ລອນດອນ ເພື່ອຮຽກຮ້ອງຈັດຕັ້ງການລົງປະຊາມະຕິຄັ້ງໃໝ່ ໃນສະພາບວິກິດການ Brexit ພວມກໍ່ຄວາມສັບສົນວຸ້ນວາຍໃນເວທີການເມືອງ ອັງກິດ. ຂະບວນຄົນເດີນປະທ້ວງສະໜັບສະໜູນປະເທດ ອັງກິດ ສືບຕໍ່ເປັນສະມາຊິກ ອີຢູ ໄດ້ເຕົ້າໂຮມກັນຢູ່ໃກ້ກັບສວນສາທາລະນະ Hyde Paek ໃນຕອນທຽງ ກ່ອນທີ່ເດີນຂະບວນຜ່ານຫ້ອງວ່າການນາຍົກລັດຖະມົນຕີ ແລະ ສິ້ນສຸດຢູ່ນອກຕຶກອາຄານສຳນັກງານສະພາແຫ່ງຊາດ.

        ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວຢ່າງເປັນທາງການ ກ່ຽວກັບຈຳນວນຜູ້ແຫ່ຂະບວນປະທ້ວງເທື່ອ ແຕ່ບັນດາແຫຼ່ງຂ່າວສື່ມວນຊົນລ້ວນແຕ່ໃຫ້ຮູ້ວ່າ: ມີປະມານພັນໆຄົນໄດ້ເຕົ້າໂຮມກັນ ກ່ອນທີ່ດຳເນີນການເດີນຂະບວນ. ການເດີນຂະບວນຕັ້ງນີ້ ໄດ້ຮັບຖືວ່າ: ແມ່ນໜຶ່ງໃນບັນດາການເດີນຂະບວນປະທ້ວງມີຂອບຂະໜາດໃຫຍ່ສຸດຢູ່ນະຄອນຫລວງ ລອນດອນ ໃນຫລາຍທົດສະວັດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ