ການເລືອກຕັ້ງທົ່ວປະເທດຢູ່ ປາກິດສະຖານ: ຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງປະກາດໝາກຜົນທາງການ

(VOVWORLD) - ແລະກໍ່ໃນວັນທີ 11 ກຸມພາ, ຕຳຫຼວດ ປາກິດສະຖານ ກ່າວເຕືອນຈະປັບໄໝລົງໂທດບັນດາຜູ້ເຕົ້າໂຮມແບບຜິດກົດໝາຍພາຍຫຼັງ ພັກ Pakistan Tehreek – e – Insaf (PTI) ຂອງທ່ານອະດີດນາຍົກລັດຖະມົນຕີ Imran Khan ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານໝາກຜົນຂອງການເລືອກຕັ້ງ ທີ່ຈັດຂຶ້ນໃນອາທິດກ່ອນ.
ການເລືອກຕັ້ງທົ່ວປະເທດຢູ່ ປາກິດສະຖານ: ຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງປະກາດໝາກຜົນທາງການ - ảnh 1ສຳນັກງານສະພາແຫ່ງຊາດຢູ່ ປາກິດສະຖານ
(ພາບ:AFP/TTXVN)

ວັນທີ 11 ກຸມພາ, ວົງການເຈົ້າໜ້າທີ່ ປາກິດສະຖານ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ ແລະ ອີກ 7 ຄົນຖືກຮັບບາດເຈັບໃນການປະທະກັນລະຫວ່າງບັນດາສະມາຊິກສອງພັກການເມືອງກົງກັນຂ້າມກັນຢູ່ແຂວງ Sindh, ທາງພາກໃຕ້ປະເທດນີ້. ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ: ສະພາບການຢູ່ເຂດດັ່ງກ່າວໄດ້ຮັບການຄວບຄຸມແລ້ວ.

        ແລະກໍ່ໃນວັນທີ 11 ກຸມພາ, ຕຳຫຼວດ ປາກິດສະຖານ ກ່າວເຕືອນຈະປັບໄໝລົງໂທດບັນດາຜູ້ເຕົ້າໂຮມແບບຜິດກົດໝາຍພາຍຫຼັງ ພັກ Pakistan Tehreek – e – Insaf (PTI) ຂອງທ່ານອະດີດນາຍົກລັດຖະມົນຕີ Imran Khan ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນການແຫ່ຂະບວນປະທ້ວງ ເພື່ອຄັດຄ້ານໝາກຜົນຂອງການເລືອກຕັ້ງ ທີ່ຈັດຂຶ້ນໃນອາທິດກ່ອນ. ການນຳ PTI ກ່າວຫາວ່າມີການສໍ້ໂກງໃນຂັ້ນຕອນການເລືອກຕັ້ງ.

        ໝາກຜົນຂອງການນັບບັດຫາກໍ່ໄດ້ປະກາດນັ້ນ ໄດ້ສະແດງໃຫ້ເຫັນບັນດາຜູ້ອອກສະໝັກຮັບເລືອກຕັ້ງເອກະລາດ, ໃນນັ້ນ, ສ່ວນຫຼາຍມີການພົວພັນກັບພັກ PTI, ຍາດໄດ້ທີ່ນັ່ງສ່ວນຫຼາຍ (101 ທີ່ນັ່ງ) ໃນການເລືອກຕັ້ງສະພາແຫ່ງຊາດ ລວມມີ 266 ທີ່ນັ່ງຈັດຂຶ້ນໃນວັນທີ 8 ກຸມພາ ຜ່ານມາ.

         

ຕອບກັບ

ຂ່າວ/ບົດ​ອື່ນ