ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ ອາ​ເມ​ລິ​ກາ: ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ພິ​ເສດ​ຂອງ​ທ່ານ​ນາງ Kamala Harris

(VOVWORLD) - ການເລືອກຕັ້ງປະທານາທິບໍດີຢູ່ ອາເມລິກາ ພວມຢູ່ໃນໄລຍະຂ້ຽວຂາດ ໃນຂະນະທີ່ຍັງເຫຼືອພຽງກ່ວາ 40 ວັນແມ່ນຈະຮອດວັນປ່ອນບັດແລ້ວ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ ອາ​ເມ​ລິ​ກາ: ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ພິ​ເສດ​ຂອງ​ທ່ານ​ນາງ Kamala Harris - ảnh 1

(ພາບ: Kyodo/TTXVN)

   ວັນທີ 19 ກັນຍາ, ທ່ານາງ Kamala Harris ຜູ້ອອກສະໝັກຮັບເລືອກຕັ້ງປະທານິທິບໍດີຂອງພັກປະຊາທິປະໄຕ, ຮອງປະທານາທິບໍດີ ອາເມລິກາ ໄດ້ຈັດການຂົນຂວາຍຫາສຽງເລືອກຕັ້ງພິເສດທີ່ໃສ່ຊື່ວ່າ “ສາມັກຄີເພື່ອປະເທດ ອາເມລິກາ”- “Unite for America”  ຢູ່ລັດ ໄດ້ດຶງດູດຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງຫຼາຍຄົນ.

  ນະທີ່ນີ້, ທ່ານາງ Kamala Harris ໄດ້ຮຽກຮ້ອງວ່າ ປຊຊ ອາເມລິກາ ຕ້ອງສາມັກຄີກັນເພື່ອຫລິກລ້ຽງບັນດາຄວາມມານະພະຍາຍາມແບ່ງແຍກ ພ້ອມທັງໄດ້ເຕື້ອງເຖິງບາງຈຸດຕົ້ນຕໍ ໃນບັ້ນຫາສຽງເລືອກຕັ້ງຂອງຕົນຄື: ກົດໝາຍວ່າດ້ວຍການຫລຸລູກ, ຕະຫຼອດຮອດເສດຖະກິດ, ການເຂົ້າເມືອງ ແລະ ການຄວບຄຸມປືນ.

    ການເລືອກຕັ້ງປະທານາທິບໍດີຢູ່ ອາເມລິກາ ພວມຢູ່ໃນໄລຍະຂ້ຽວຂາດ ໃນຂະນະທີ່ຍັງເຫຼືອພຽງກ່ວາ 40 ວັນແມ່ນຈະຮອດວັນປ່ອນບັດແລ້ວ. ທ່ານຮອງປະທານາທິບໍດີ ນາງ Harris ແລະ ຄູ່ແຂ່ງຂອງພັກສາທາລະນະລັດ, ທ່ານອະດີດປະທານາທິບໍດີ Donald Trump ແມ່ນພວມໄດ້ແກ່ງແຍ້ງກັນຢ່າງຮັດກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ