ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania

(VOVWORLD) - ໃນການຢັ່ງຫາງສຽງຄັ້ງຫຼ້າສຸດຂອງ UMass Lowell ແລະ YouGov ຢູ່ Michigan ຊີ້ໃຫ້ເຫັນວ່າ, ທ່ານນາງ Harris ພວມນຳໜ້າທ່ານ Trump ດ້ວຍ 5 ຄະແນນສ່ວນຮ້ອຍ (48% - 43%).
ການເລືອກຕັ້ງຢູ່ ອາເມລິກາ 2024: ທ່ານນາງ K. Harris ພວມມີທ່າໄດ້ປຽບຕໍ່ທ່ານ D.Trump ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania - ảnh 1ທ່ານນາງ Kamala Harris, ຮອງປະທານາທິບໍດີ, ສັງກັດພັກປະຊາທິປະໄຕພວມມີທ່າໄດ້ປຽບຕໍ່ຄູ່ແຂ່ງຂອງພັກສາທາລະນະແມ່ນທ່ານ Donald Trump
(ພາບ: AP/TTXVN)

        ໃນສະພາບທີ່ຍັງເຫຼືອພຽງແຕ່ 40 ວັນກໍ່ຈະຮອດວັນເລືອກຕັ້ງຢູ່ ອາເມລິກາ (05 ພະຈິກ), ທ່ານນາງ Kamala Harris, ຮອງປະທານາທິບໍດີ, ສັງກັດພັກປະຊາທິປະໄຕພວມມີທ່າໄດ້ປຽບຕໍ່ຄູ່ແຂ່ງຂອງພັກສາທາລະນະແມ່ນທ່ານ Donald Trump, ອະດີດປະທານາທິບໍດີ ຢູ່ລັດທີ່ລົງຫາສຽງເລືອກຕັ້ງ Michigan ແລະ Pennsylvania, 1 ລັດສຳຄັນອື່ນ.

        ລະອຽດແມ່ນ, ໃນການຢັ່ງຫາງສຽງຄັ້ງຫຼ້າສຸດຂອງ UMass Lowell ແລະ YouGov ຢູ່ Michigan ຊີ້ໃຫ້ເຫັນວ່າ, ທ່ານນາງ Harris ພວມນຳໜ້າທ່ານ Trump ດ້ວຍ 5 ຄະແນນສ່ວນຮ້ອຍ (48% - 43%). ສ່ວນຢູ່ Pennsylvania, ທ່ານນາງ Harris ໄດ້ຮັບການສະໜັບສະໜູນ 48%, ສ່ວນທ່ານ Trump ແມ່ນ 46%, ຜູ້ມີສິດເລືອກຕັ້ງ 4% ຍັງບໍ່ທັນຕັດສິນໃຈເທື່ອ. ຜູ້ມີສິດເລືອກຕັ້ງຢູ່ 2 ລັດດັ່ງກ່າວໃຫ້ຮູ້ວ່າ, ເຂົາເຈົ້າຈະບໍ່ປ່ຽນແປງການຕັດສິນກ່ຽວກັບເລື່ອງຈະໄປປ່ອນບັດໃນເດືອນ ພະຈິກ ຈະມາເຖິງ.

        ໃນຂະນະນັ້ນ, ຜູ້ສະໝັກຮັບເລືອກຕັ້ງຮອງປະທານາທິບໍດີ 2 ທ່ານແມ່ນ ທ່ານສະມາຊິກສະພາສູງ JD Vance (ພັກສາທາລະນະ) ແລະ ທ່ານຜູ້ວ່າການລັດ Tim Walz (ພັກປະຊາທິປະໄຕ) ຈະມີການໂຕ້ວາທີໃນອະທິດຈະມາເຖິງ. ນັກຄົ້ນຄວ້າປະຫວັດສາດ Douglas Brinkley ໃຫ້ຂໍ້ສັງເກດວ່າ, ນີ້ອາດຈະແມ່ນ “ການໂຕ້ວາທີຮອງປະທານາທິບໍດີສຳຄັນທີ່ສຸດ” ໃນປະຫວັດສາດຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ