ການເລືອກຕັ້ງຢູ່ອົດສະຕາລີພວມກ້າວເຂົ້າສູ່ໄລຍະເຄັ່ງຄັດ

(VOVWORLD) -ການເລືອກຕັ້ງສະຫະລັດອົດສະຕາລີ ພວມກ້າວເຂົ້າສູ່ໄລຍະເຄັ່ງຄັດ ດ້ວຍບັນດາຄຳໝັ້ນສັນຍາໃນການຂົນຂວາຍຫາສຽງເລືອກຕັ້ງທີ່ໄດ້ຍົກອອກມາກ່ອນທີ່ດຳເນີນການໂຕະວາທີໂດຍກົງເປັນຄັ້ງທຳອິດລະຫວ່າງການນຳບັນດາພັກການເມືອງໃຫຍ່ ເຊິ່ງໄດ້ຖ່າຍທອດສົດໃນຕອນຄ່ຳວັນທີ 29 ເມສາ

ການເລືອກຕັ້ງຢູ່ອົດສະຕາລີພວມກ້າວເຂົ້າສູ່ໄລຍະເຄັ່ງຄັດ - ảnh 1 ທ່ານນາຍົກລັດຖະມົນຕີ Scott Morrison

(ພາບ:  AFP/TTXVN)

ໃນສະພາບການທີ່ຜູ້ມີສິດເລືອກຕັ້ງອົດສະຕາລີ ອາດຈະໄປປ່ອນບັດກ່ອນກຳນົດເວລາຢູ່ສະຖານທີ່ປ່ອນບັດ 500 ແຫ່ງໃນທົ່ວປະເທດ ເມື່ອວັນທີ 29 ເມສາ. ກ່ອນໜ້ານັ້ນ, ວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ Scott Morrison ຂອງພັກປະສົມລະຫວ່າງພັກເສລີ ແລະ ແຫ່ງຊາດ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມມິດຕິງຂົນຂວາຍຫາສຽງເລືອກຕັ້ງຢູ່ເຂດເລືອກຕັ້ງ Reid ຢູ່ນະຄອນ Sydney. ຢູ່ທີ່ນີ້, ທ່ານ Morrison ໄດ້ເນັ້ນໜັກເຖິງບັນຫາເຂົ້າເມືອງ ດ້ວຍຄຳໝັ້ນສັນຍາຈຳກັດຈຳນວນຜູ້ລີ້ໄພເຂົ້າມາອົດສະຕາລີ; ໃຊ້ຈ່າຍຈຳນວນເງິນ 156 ລ້ານ AUD ເພື່ອປ້ອງກັນໃຫ້ອົດສະຕາລີ ຫຼຸດພົ້ນອອກຈາກໄພຖືກບຸກໂຈມຕີທາງເຄືອຂ່າຍອີນເຕີແນັດ. ໃນຂະນະນັ້ນ, ການນຳພັກການເມືອງຝ່າຍຄ້ານ ທ່ານ Bill Shortern, ສືບຕໍ່ຍົກອອກຄຳໝັ້ນສັນຍາກ່ຽວກັບລາຍຈ່າຍໜູນຊ່ວຍການເບິ່ງແຍງດູແລເດັກ, ກວດປິ່ນປົວແຂ້ວໂດຍບໍ່ເສຍຄ່າໃຫ້ຜູ້ພັກກິນເບຍບຳນານ…

ຕອບກັບ

ຂ່າວ/ບົດ​ອື່ນ