ການເສັງແຕ້ມຮູບ “ນ້ອງຮັກຮ່າໂນ້ຍ - ນະຄອນສັນຕິພາບ”

ການເສັງແຕ້ມຮູບ “ນ້ອງຮັກຮ່າໂນ້ຍ - ນະຄອນສັນຕິພາບ” - ảnh 1
(ພາບປະກອບ:TTXVN)

(vovworld) – ​ ວັນ​ທີ 14/6, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສັນຕິພາບ​ນະຄອນ​ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ ຫໍ​ເຍົາວະ​ຊົນຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເສັງ​ແຕ້ມ​ຮູບ​ສາກົນ “ນ້ອງ​ຮັກ ຮ່າ​ໂນ້ຍ-ນະຄອນ​ສັນຕິພາບ”. ການ​ເສັງ​ດັ່ງກ່າວ​​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງຊາວ​ໜຸ່ມ, ​ເຍົາວະ​ຊົນ, ອະນຸຊົນ ຮ່າ​ໂນ້ຍ ​ແລະ ສາກົນ​ທີ່​ພວມ​ຮຳ່ຮຽນ, ດຳລົງ​ຊີວິດ​ຢູ່ ຮ່າ​ໂນ້ຍ ກ່ວາ 100 ຄົນ. ບັນດາ​ຜູ້​ເສັງ​ແຕ້ມ​ຮູບ​ ກ່ຽວ​ກັບ​ບັນດາ​ຫົວ​ຂໍ້: “ມະນຸດ ​ແລະ ຊີວິດ, ສັນຕິພາບ, ຄວາມ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ຄວາມ​ຮັກ ຮ່າ​ໂນ້ຍ, ທຳ​ມະ​ຊາດ​ທີ່ສວຍ​ສົດ​ງົດ​ງາມ, ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ານ​ສົງຄາມ, ຄວາມທຸກ​ຍາກ, ຄວາມ​ອຶກ​ຫິວ, ພະຍາດໂລຄາ. ຄະນະຈັດຕັ້ງຈະມອບ 30 ລາງວັນ, ​ໃນ​ນັ້ນ​ມີ2 ລາງວັນ​​ທີ 1.

ຂ່າວ/ບົດ​ອື່ນ