ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຢູ່ອັງກິດຄັດຄ້ານບັນດາມາດຕະການຮັດເຂັ້ມຄັດເສດຖະກິດ

ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຢູ່ອັງກິດຄັດຄ້ານບັນດາມາດຕະການຮັດເຂັ້ມຄັດເສດຖະກິດ - ảnh 1
(ພາບ: www.tdamarketnews.com)

(vovworld) –  ​ວັນ​ທີ 20/6, ປະ​ຊາ​ຊົນ ອັງ​ກິດ​ ປະ​ມານ 250.000 ​ຄົນໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ປະ​ທ້​ວງ​ດ້ວຍ​ຂະ​ໜາດ​​ໃຫຍ່​ທີ່​ສຸດ​ໃນຫຼາຍ​ປີ​ຜ່ານ​ມາ​ຢູ່​ໃຈ​ກາງ​ນະ​ຄອນຫຼວງ ລອນດອນ ເພື່ອ​ແນ​ໃສ່​ຄັດ​ຄ້ານ​​ບັນ​ດາ​ມາດ​ຕະ​ການຮັດ​ເຂັ້ມ​ຄັດ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ. ການ​ເດີນ​​ຂະ​ບ​ວ​ນ​ຂອບ​ຂະ​ໜາດ​ໃຫຍ່ກໍ່​ຖືກ​ຈັດ​ຕັ້ງ​ຢູ່ Liverpool ທາງ​ພາກ​ເໜືອ​ປະ​ເທດ ອັງ​ກິດ ແລະ Glazgo ຢູ່​ Scotland ຂຶ້ນ​ກັບ​ອັງ​ກິດ. ບັນ​ດາ​ຜູ້​ເດີນ​ຂະ​ບວນ​ຄັ​ດ​ຄ້ານ​ບັນ​ດາ​ແຜນ​ການ​ຂອງ​ພັກ​ແຮງ​ງານ ແລະ ລັດ​ຖະ​ບານ​​ທີ່ຫລຸດ​ຜ່ອນ​ການ​ໃຊ້​ຈ່າຍ​ສາ​ທາ​ລະ​ນະ, ໂຈະ​ການ​ເພີ່ມ​ເງິນ​ເດືອນ​ຂອງ​ບັນ​ດາ​ລັດ​ຖະ​ກອນ, ຄັດ​ເຂ່ຍ​ພາ​ລະ​ກອນ​ການ​ແພດ ແລະ ຫັນ​ລະ​ບົບ​ສາ​ທາ​ລະ​ນ​ະ​ເປັນ​ເອ​ກະ​ຊົນ. ບັນ​ດາ​ຜູ້​ເດີນ​ຂະ​ບວນກໍ່​ສະ​ແດງ​​ຄວາມ​ຄັດ​ຄ້ານ​​ຕໍ່ແຜ​ນ​ການ​​ປະ​ກອບ​ກຳ​ລັງ​​ນິວ​ເຄຼຍ​ຂອງ​ອັງ​ກິດ​ຄືນ​ໃໝ່ ດ້ວຍ​ຄ່າ​ໃຊ້​ຈ່າຍ​ຂຶ້ນ​ເຖິງ 37 ຕື້ USD.


ຂ່າວ/ບົດ​ອື່ນ