ການໂອ້ລົມ ສົນທະນາສາມັກຄີຫວຽດນາມ - ກຳປູເຈຍ

ການໂອ້ລົມ ສົນທະນາສາມັກຄີຫວຽດນາມ - ກຳປູເຈຍ - ảnh 1
ທີ່ການ​ໂອ້​ລົມ​ສົນທະນາ
( ພາບ: tinnhanhviet.com )


( vovworld ) -   ​ຕອນ​ເຊົ້າ​ວັນ​ທີ 20/6, ຢູ່​ນະຄອນ​​ໂຮ່ຈິ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ຈັດການ​ໂອ້​ລົມ​ສົນທະນາ “ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກຄີ​ຕໍ່ສູ້, ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ກຳປູ​ເຈຍ, ລະຫວ່າງ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ແລະ ນະຄອນຫຼວງ​ພະນົມ​ເປັນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼືອ​ມະ​ຫຼອງ 45 ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ ​ແລະ ປີ​​ແຫ່ງ​ຄວາມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2012. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ນັກ​ປະຕິວັດ​ຜູ້ອະ​ວຸ​ໂສ ພ້ອມ​ກັບ​ບັນດາ​ຜູ້​ຊ່ຽວຊານ, ທະຫານ​ອາສາ​ສະໝັກຫວຽ​ດນາມ ທີ່​ເຄີຍ​ຊ່ວຍ​ເຫຼືອ​ການ​ປະຕິວັດ​ກຳປູ​ເຈຍ ​ໄດ້ພ້ອມ​ກັນ​ຫວນ​ຄືນ​ຊຸມ​ເດືອນ​ປີ​ແຫ່ງ​ການ​ຕໍ່ສູ້, ປະຕິບັດ​ງານ​ຢູ່​ປະ​ເທດ​ກຳ​ປູ​ເຈຍ; ຄວາມ​ສາມັກຄີ​ອັນ​ສະໜິດ​ແໜ້ນ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍຊາດ​​ໃນ​ເມື່ອ​ກອນ, ກໍ​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​​ໃນປະຈຸ​ບັນ​ຂອງ​ແຕ່ລະ​ປະ​ເທດ. ທ່ານ Dinh Phong, ອະດີດ​ປະທານສະມາຄົມ​ນັກ​ຂ່າວ​ນະຄອນ​ໂຮ່ຈິ​ມິນ, ສະມາຊິກ​ຄະນະ​ຜູ້​ຊ່າວ​ຊານ​ທີ່​ຊ່ວຍ​​ເຫຼືອ​ປະ​ເທດ​ກຳປູ​ເຈຍ ​ໄລຍະ 1979, ​ໃຫ້​ຮູ້​ວ່າ.

  “ຂ້າພະ​ເຈົ້າ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຂ່າວທີ່​ຕິດ​ພັນກັບ​ກຳປູ​ເຈຍ ​ໃນຕະຫຼອດ​ໄລຍະ 50 ປີ. ​ໃນຊຸມ​ມື້ທຳ​ອິດ​ເມື່ອ​ສູນ​ກາງ​ກອງ​ບັນຊາ​ການ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ກຳປູ​ເຈຍ ພວກຂ້າພະ​ເຈົ້າ​ໄດ້​ມີ​ສາຍ​ພົວພັນ​​ອັນສະໜິດ​ແໜ້ນກັບ​ປະຊາຊົນ​ກຳປູ​ເຈຍ ຢູ່​​ເຂດ​ຊາຍ​ແດນ. ​ໃນ​ຊຸມ​ປີ 1970, ຂ້າພ​ະເຈົ້າ​​ໄດ້ເຂົ້າ​ຮ່ວມ​ກຳລັງ​ລູກ​ຮື້​ຂຶ້ນ​ຂອງ​ປະ​ເທດ​ກຳປູ​ເຈຍ ​ເພື່ອປົດ​ປ່ອຍ​ບັນດາ​ເຂດ​ກວ້າງ​ໃຫຍ່​ຂ​ອງກຳປູ​ເຈຍ. ​ເພາະສະ​ນັ້ນ, ຂ້າພະ​ເຈົ້າ​​ຄິດ​ວ່າ ຫວຽດນາມ ​ແລະ ກຳປູ​​ເຈຍ​ ມີ​ຄວາມ​ຮັກ​ແພງ​ຖານ​ອ້າ​ຍນ້ອງ, ​​ມີ​ການ​ອຸທິດ​ເລືອດ​ເນື້ອນຳ​ກັນ ​ແລະ ນັ້ນ​ແມ່ນ​ບັນດາ​ອາລົມ​ຈິດ​ອັນລ້ຳຄ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ