ການໂອ້ລົມສົນທະນາ “ ໄຕຫງວຽນ ກັບວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ”

ການໂອ້ລົມສົນທະນາ “ ໄຕຫງວຽນ ກັບວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ” - ảnh 1
( ພາບປະກອບ )

( vovworld ) – ​ໃນ​ວັນ​ທີ 25/3 ທີ່​ຈະ​ມາ​ເຖິງ, ຢູ່​ນະ​ຄອນ ບວນ​ເມ​ທວດ, ປະຕູ​ຖານ​ຂໍ້​ມູນ​ຂ່າວ​ເອ​ເລກ​ໂຕ​ນິກຂອງ​ລັດຖະບານ ໄດ້​ຈັດລາຍການ​ໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄື່ອຄ່າ​ຍອິນ​ເຕີ​ແນ​ດດ້ວຍ​ຫົວ​ຂໍ້​ວ່າ “ ​​ໄຕ​ຫງວຽນ ກັບ​ວຽກງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ”. ບັນດາ​ບັນຫາ​ທີ່ແລກປ່ຽນ​ກັບ​ແຂກ​ຖືກ​ເຊີນ​ກ່ຽວຂ້ອງ​ເຖິງ​ບາງ​ເນື້ອ​ໃນ​ຄື້; ສະພາບ​ຕົວ​ຈິງ ​ແລະ ຄວາມ​ຫຍຸ້ງຍາກ​ຂອງ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກສຳລັບ​ບໍລິ​ເວັນ​ບັນດາແຂວງ​ໄຕ​ຫງວຽນ, ພິ​ເສດ​ແມ່ນ​ສຳລັບ​ເປົ້າ​ໝາຍ​ປະຊາຊົນອົບ​ພະຍົບ​ຢ່າງ​ເສລີ, ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍຢູ່​ບັນດາ​ທ້ອງ​ຖິ່ນ, ບັນດາ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ກັບ​ກຸ່ມ​ເປົ້າ​ໝາຍ​ດັ່ງກ່າວ ​ແລະ ວິທີ​ຫຼຸດ​ຜົ້ນອອກ​ຈາກຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ.

        ຜ່ານ​ການໂອ້​ລົມ​ສົນທະນາ, ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ທ້ອງ​ຖິ່ນ​ເຂດ ​ໄຕ​ຫງວຽນ ​ໃນ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ ​ຈະ​ຖືກ​ສະ​ແດງ​ອອກຢ່າງ​​ຈະ​ແຈ້ງ, ຜ່ານ​ນັ້ນ​ບັນດາ​ທ້ອງ​ຖິ່ນ​ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ຕ່າງໆ, ​ເສີມ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີມ​ທີ່​ດີ, ວິທີ​​ແກ້​ໄຂ​ທີ່ດີ​ ພ້ອມ​ທັງສະ​ເໜີ​ນະ​ໂຍບາຍ, ວິທີ​ການແກ້​ໄຂ​ຢ່າງ​ລະອຽດຕໍ່​ສູນ​ກາງ ​ເພື່ອ​ແນ​ໃສ່​ແກ້​​ໄຂ​ຄວາມ​ຫຍຸ້ງຍາກ, ຊ່ວຍ​ໃຫ້​ເຂດ ​ໄຕ​ຫງວຽນ ພັດທະນາ​ຢ່າງ​ໝັ້ນຄົງ.
ຂ່າວ/ບົດ​ອື່ນ